ລາວປິດລ້ອມເຂດເສດຖະກິດພິເສດ ຢູ່ແຂວງ ຫລວງນ້ຳທ່າ

(VOVWORLD) -  ໄລ່ຮອດວັນທີ 5 ທັນວາ, ລາວກວດພົບທັງໝົດ 39 ກໍລະນີຕິດເຊື້ອໂຄວິດ-19 ໃນທົ່ວປະເທດ, ໃນນັ້ນ ມີ 13 ຄົນພວມໄດ້ຮັບການແຍກຕົວປິ່ນປົວພະຍາດຢູ່ ວຽງຈັນ.
ລາວປິດລ້ອມເຂດເສດຖະກິດພິເສດ ຢູ່ແຂວງ ຫລວງນ້ຳທ່າ - ảnh 1(ພາບປະກອບ / TTXVN) 

  ຄະນະກຳມະການສະເພາະກິດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ລາວ ໄດ້ອອກແຈ້ງການປິດລ້ອມເຂດເສດຖະກິດພິເສດ ຢູ່ແຂວງ ຫລວງນ້ຳທ່າ ແລະ ຮຽກຮ້ອງວິໄຈທຸກກໍລະນີຖືກສົງໄສຕິດເຊື້ອໂຄວິດ-19 ນັບແຕ່ວັນທີ 5 ທັນວາ.

          ຄະນະກຳມະການສະເພາະກິດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂຄວິດ-19 ລາວ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງປິດລ້ອມທົ່ວເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດ ບໍ່ແຕນ ຢູ່ແຂວງຫລວງນ້ຳທ່າ, ບໍ່ອະນຸຍາດໃຫ້ເຂົ້າ-ອອກ ບັນດາບໍລິເວນດັ່ງກ່າວໃນຮອບເວລາ 14 ວັນ.

          ໄລ່ຮອດວັນທີ 5 ທັນວາ, ລາວກວດພົບທັງໝົດ 39 ກໍລະນີຕິດເຊື້ອໂຄວິດ-19 ໃນທົ່ວປະເທດ, ໃນນັ້ນ ມີ 13 ຄົນພວມໄດ້ຮັບການແຍກຕົວປິ່ນປົວພະຍາດຢູ່ ວຽງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ