
(ພາບ: http://infonet.vn)
(vovworld)- ວິກິດການຢູ່ຢູແກຼນມີລັກສະນະພາຍໃນ ແລະ ເກີດຂຶ້ນບໍ່ແມ່ນໂທດຂອງລັດເຊຍ. ປະທານາທິບໍດີລັດເຊຍ V.Putin ໄດ້ປະກາດຄືດັ່ງກ່າວທີ່ການເຮັດວຽກກັບບັນດາທ່ານກຳມະການປະຈຳສະພາປ້ອງກັນຄວາມສະຫງົບລັດເຊຍ ຊື່ງດຳເນີນໄປໃນວັນທີ 13/3 ຢູ່ນະຄອນ ໂຊຈີ ຂອງລັດເຊຍ. ປະທານາທິບໍດີລັດເຊຍ V.Putin ເນັ້ນໜັກວ່າ: “ກ່ອນອື່ນໝົດ, ນີ້ແມ່ນວິກິດການພາຍໃນຢູແກຼນ“ ແລະ ຢືນຢັນວ່າ: “ວິກິດການຢູ່ຢູແກຼນ ໃນປະຈຸບັນບໍ່ແມ່ນໂທດຂອງລັດເຊຍ“. ຕາມທ່ານແລ້ວ, ຢູແກຼນ ແມ່ນປະເທດບ້ານໃກ້ເຮືອນຄຽງຂອງລັດເຊຍ, ສະນັ້ນ, ມົດສະກູ ມີຄວາມວິຕົກກັງວົນຕໍ່ບັນດາການຜັນແປອັນສັບສົນຂອງປະເທດນີ້. ການນຳລັດເຊຍຜູ້ນີ້ ໄດ້ສະເໜີໃຫ້ສະພາປ້ອງກັນຄວາມສະຫງົບລັດເຊຍ ຈົ່ງຊັ່ງຊາກ່ຽວກັບບັນດາບາດກ້າວເດີນຕໍ່ໄປເພື່ອສ້າງສາຍພົວພັນກັບບັນດາຄູ່ຮ່ວມມື, ເພື່ອນມິດຢູ່ຢູແກຼນ ກໍ່ຄືຢູ່ເອີລົບ ແລະ ອາເມລິກາ./.