ວົງການເຈົ້າໜ້າທີ່ ອິນໂດເນເຊຍ ຮຽກຮ້ອງຢຸດຕິການບຸກຕີກ່ຳປັ່ນຫາປາຕ່າງປະເທດໃຫ້ຈົມນ້ຳ

(VOVWORLD) - ວັນທີ 10 ມັງກອນ, ບັນດາເຈົ້າໜ້າທີ່ຂັ້ນສູງ ອິນໂດເນເຊຍ ໄດ້ອອກສຽງຮຽກຮ້ອງຢຸດຕິການບຸກຕີບັນດາກ່ຳປັ່ນຫາປາຕ່າງປະເທດໃຫ້ຈົມນ້ຳ
ວົງການເຈົ້າໜ້າທີ່ ອິນໂດເນເຊຍ ຮຽກຮ້ອງຢຸດຕິການບຸກຕີກ່ຳປັ່ນຫາປາຕ່າງປະເທດໃຫ້ຈົມນ້ຳ - ảnh 1ທ່ານຮອງປະທານາທິບໍດີ ອິນໂດເນເຊຍ Jusuf Kalla (ພາບ: AFP/TTXVN)

ທີ່ເຄື່ອນໄຫວຜິດກົດໝາຍໃນເຂດນ່ານທະເລຂອງປະເທດນີ້ ແລະ ກ່າວເຕືອນວ່າ ນະໂຍບາຍນີ້ ອາດຈະກໍ່ຜົນເສຍຫາຍເຖິງການພົວພັນ 2 ຝ່າຍ ກໍ່ຄືຂະແໜງປະມົງພາຍໃນປະເທດ. ໃນບົດກ່າວປາໄສໜຶ່ງ ທ່ານຮອງປະທານາທິບໍດີ ອິນໂດເນເຊຍ Jusuf Kalla ຊີ້ແຈ້ງວ່າ ຕາມທັດສະນະຂອງລັດຖະບານແລ້ວ ນັ້ນແມ່ນເລື່ອງບຸກຕີກ່ຳປັ່ນຫາປາຕ່າງປະເທດໃຫ້ຈົມນ້ຳມາຮອດປະຈຸບັນແມ່ນພໍແລ້ວ.

        ນັບແຕ່ປີ 2014, ອິນໂດເນເຊຍ ເລີ່ມຕົ້ນຈັດວາງມາດຕະການຢ່າງແຮງ ສຳລັບບັນດາກ່ຳປັ່ນຫາປາທີ່ຜິດກົດໝາຍໃນເຂດນ່ານທະເລຂອງປະເທດນີ້ ແລະ ໃນບັນດາກໍລະນີເກືອບທັງໝົດນັ້ນ ວົງການເຈົ້າໜ້າທີ່ ອິນໂດເນເຊຍ ໄດ້ບຸກຕີຈຳນວນກ່ຳປັ່ນ, ເຮືອຫາປາທີ່ລະເມີດໃຫ້ຈົມນ້ຳທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ