ວັດທະນະທຳການຕ່າງປະເທດແມ່ນພາກສ່ວນໜຶ່ງສຳຄັນພິເສດຂອງພື້ນຖານວັດທະນະທຳແຫ່ງຊາດ
(ພາບປະກອບ)
(vovworld) – ທ່ານນາຍົກລັດຖະມົນຕີຫາກໍ່ຮັບຮອງເອົາຍຸດທະສາດວັດທະນະທຳການຕ່າງປະເທດຂອງຫວຽດນາມ ຮອດປີ 2020 ແລະ ວິໄສທັດຮອດປີ 2030. ຍຸດທະສາດຊີ້ແຈ້ງທັດສະນະວັດທະນະທຳການຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ມີຄວາມໝາຍສຳຄັນພິເສດຂອງພື້ນຖານວັດທະນະທຳແຫ່ງຊາດ, ສະແດງໃຫ້ເຫັນກຳລັງແຮງພາຍໃນຂອງຊາດ, ມີບົດບາດທີ່ຕັ້ງໜ້າໃນການຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ, ມະນຸດ ແລະ ວັດທະນະທຳຫວຽດນາມ ບົນເວທີສາກົນ, ສ້າງເງື່ອນໄຂສະດວກໃຫ້ວິວັດການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ. ວັດທະນະທຳການຕ່າງປະເທດຫວຽດນາມ ແມ່ນພື້ນຖານວັດທະນະທຳການຕ່າງປະເທດສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ, ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ເປັນເອກະພາບໃນຫຼາຍຮູບຫຼາຍແບບ.
ຄາດໝາຍຂອງຍຸດທະສາດແມ່ນເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບດ້ານວັດທະນະທຳຂອງຫວຽດນາມ ເພື່ອໂຄສະນາບັນດາຄຸນຄ່າວັດທະນະທຳຂອງຫວຽດນາມ ອອກສູ່ໂລກ, ຮັບເອົາວັດທະນະທຳທີ່ຍອດຍິ່ງຂອງມວນມະນຸດ ເພື່ອສ້າງພື້ນຖານວັດທະນະທຳ ແລະ ຊາວຫວຽດນາມ ພັດທະນາຢ່າງຮອບດ້ານ, ຍົກສູງທີ່ຕັ້ງ, ບົດບາດ, ອິດທິພົນຊື່ສຽງຂອງຊາດ, ປະກອບສ່ວນຮັບປະກັນການພັດທະນາຢ່າງໝັ້ນຄົງ ແລະ ປົກປັກຮັກສາປະເທດຊາດ. ສະນັ້ນ, ຫວຽດນາມ ຕ້ອງເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບດ້ານວັດທະນະທຳ. ຍຸດທະສາດຊີ້ແຈ້ງວ່າ, ບັນດາໜ້າທີ່ຈຸດສຸມຮອດປີ 2020 ແມ່ນ: ກໍ່ສ້າງ ແລະ ປະຕິບັດກົນໄກປະສານງານແຫ່ງຊາດກ່ຽວກັບວັດທະນະທຳການຕ່າງປະເທດ. ວິໄສທັດຮອດປີ 2030 ແມ່ນນຳການພົວພັນກັບບັນດາສາກົນກ່ຽວກັບວັດທະນະທຳເຊິ່ງໄດ້ຮັບການສ້າງຕັ້ງໃຫ້ກ້າວເຂົ້າສູ່ລວງເລິກ, ເປັນເຈົ້າການ, ສະຖຽນລະພາບ, ເປີດກວ້າງການພົວພັນກັບບັນດາປະເທດ, ເຂດແຄ້ວນ, ບັນດາອົງການວັດທະນະທຳສາກົນ, ບັນດາກຸ່ມບໍລະສັດເສດຖະກິດ… ມຸ່ງໄປເຖິງການຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ. ໄລຍະແຕ່ປີ 2030 ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຢູ່ເຂດດັ່ງກ່າວ ແລະ ເພີ່ມທະວີການເຄື່ອນໄຫວຢູ່ພາກພື້ນອື່ນໆອີກ.