ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​ລະ​ດູ​ບານ​ໃໝ່​ຄັ້ງ​ທີ 15 ໄດ້​ຮັບ​ເລືອດກວ່າ 8.600 ຖົງ

(VOVWORLD) -ວັນບຸນບໍລິຈາກເລືອດລະດູບານໃໝ່ປີນີ້ໄດ້ຮັບເລືອດເກີນຄາດໝາຍທີ່ໄດ້ວາງອອກໃນເບື້ອງຕົ້ນແມ່ນ 7.000 ຖົງ.
ວັນ​ບຸນ​ບໍ​ລິ​ຈາກ​ເລືອດ​ລະ​ດູ​ບານ​ໃໝ່​ຄັ້ງ​ທີ 15 ໄດ້​ຮັບ​ເລືອດກວ່າ 8.600 ຖົງ - ảnh 1(ພາບ: TTXVN)

ວັນບຸນບໍລິຈາກເລືອດລະດູບານໃໝ່ຄັ້ງທີ 15 - ເຊິ່ງເປັນວັນບຸນໃຫຍ່ທີ່ສຸດໃນທົ່ວປະເທດ ຖືກອັດລົງ ຢ່າງເປັນທາງການໃນວັນທີ 20 ກຸມພາ ດ້ວຍປະລິມານເລືອດທີ່ໄດ້ຮັບແມ່ນກວ່າ 8.600 ຖົງ (ແຕ່ວັນທີ 12 – 20 ກຸມພາ). ເປັນອັນວ່າ, ວັນບຸນບໍລິຈາກເລືອດລະດູບານໃໝ່ປີນີ້ໄດ້ຮັບເລືອດເກີນຄາດໝາຍທີ່ໄດ້ວາງອອກໃນເບື້ອງຕົ້ນແມ່ນ 7.000 ຖົງ.

     ວັນບຸນບໍລິຈາກເລືອດຄັ້ງທີ 15 ແມ່ນເຫດການບໍລິຈາກເລືອດດ້ວຍຄວາມສະໝັກໃຈທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂອກາດຕົ້ນປີໃໝ່ ໂດຍສະຖາບັນເລືອດສາດ - ສົ່ງເລືອດສູນກາງ, ສະມາຄົມຊາວໜຸ່ມປຸກລະດົມການບໍລິຈາກເລືອດນະຄອນ ຮ່າໂນ້ຍ ຈັດຂຶ້ນ ແນໃສ່ແກ້ໄຂສະພາບການຂາດແຄນເລືອດ ພາຍຫຼັງໂອກາດບຸນປີໃໝ່ປະຈຳຊາດ.

     ວັນບຸນບໍລິຈາກເລືອດລະດູບານໃໝ່ຖືກຈັດຂຶ້ນຄັ້ງທຳອິດໃນປີ 2008. ພາຍຫຼັງດຳເນີນເປັນເວລາ 15 ປີ, ວັນບຸນດັ່ງກ່າວໄດ້ຮັບເລືອດປະມານ 100.000 ຖົງ ແລະ ກາຍເປັນວັນບຸນບໍລິຈາກເລືອດໃຫຍ່ທີ່ສຸດໃນທົ່ວປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ