ວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອ ຄັ້ງທີ 11 ປີ 2021 ຈະຈັດຂຶ້ນຢູ່ແຂວງລ້າງເຊີນ

(VOVWORLD) -ວັນບຸນວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອ ຄັ້ງທີ 10 ປີ 2018 ຂອງຫວຽດນາມ ໄດ້ອັດລົງປະສົບຜົນສໍາເລັດຢ່າງຈົບງາມ ໃນວັນທີ 04 ພະຈິກ, ຢູ່ແຂວງຫວິງຟຸກ. 
ວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອ ຄັ້ງທີ 11 ປີ 2021 ຈະຈັດຂຶ້ນຢູ່ແຂວງລ້າງເຊີນ - ảnh 1ວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອ ຄັ້ງທີ 10 ປີ 2018 (ພາບປະກອບ )

ໃນໄລຍະດໍາເນີນວັນບຸນ ແຕ່ວັນທີ 02 – 04 ພະຈິກ, 10 ທ້ອງຖິ່ນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ການສະແດງ, ແນະນໍາຄັດ ສະເໜີສາຍການຂອງງານບຸນ, ພິທີກໍາ, ການເຄື່ອນໄຫວວັດທະນະທໍາທີ່ເປັນມູນເຊື້ອ, ສະແດງຊຸດອາພອນ, ແນະນໍາອາຫານການກິນ, ການລະຫຼີ້ນພື້ນເມືອງ, ງານວາງສະແດງຮູບພາບກ່ຽວກັບການທ່ອງທ່ຽວ ດ້ວຍຫົວຂໍ້ “ຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທໍາເຂດທທາງທິດຕາເວັກອອກສ່ຽງເໜືອ”, ການແຂ່ງຂັນກິລາ ແລະ ອື່ນໆ. ບັນດາງານບຸນ, ພິທີກໍາ, ການເຄື່ອນໄຫວວັດທະນະທໍາໄດ້ວາດພາບໃຫ້ເຫັນຢ່າງສັງລວມກ່ຽວກັບວັດທະນະທໍາທີ່ເປັນເອກະລັກສະເພາະ, ການເຫຼື້ອມໃສຂອງຊົນເຜົ່າ ໄດ້ດໍາເນີນຢ່າງສົມກຽດ ແລະ ຖືກຕ້ອງຕາມຮີດຄອງປະເພນີ. ວັນບຸນຄັ້ງນີ້ໄດ້ປະກອບສ່ວນເຂົ້າໃນການຮັກສາບັນດາມໍລະດົກວັດທະນະທໍາອັນລໍ້າຄ່າຂອງພໍ່ແມ່ພີ່ນ້ອງບັນດາເຜົ້າເວົ້າລວມ, ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ບັນດາແຂວງເຂດທາງທິດຕາເວັນອອກສ່ຽງເໜືອຂອງຫວຽດນາມເວົ້າສະເພາະ.

        ທີ່ພິທີອັດ, ຜູ້ຕາງໜ້າແຂວງຫວິງຟຸກ ກໍໄດ້ມອບທຸງເປັນແຂວງເຈົ້າພາບຈັດຕັ້ງວັນບູນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອ ຄັ້ງທີ 11, ປີ 2021 ໃຫ້ແກ່ແຂວງລ້າງເຊີນຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ