ວັນ​ບຸນ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ນະ​ວັດ​ຕະ​ກຳ ແຂວງ ບິ່ງ​ດິ້ງ​ ປີ 2023

(VOVWORLD) - ວັນທີ 18 ມິຖຸນາ, ຢູ່ນະຄອນ ກຸຍເງິນ (ແຂວງບິ່ງດິ້ງ), ພະແນກວິທະຍາສາດ ແລະ ເຕັກໂນໂລຢີແຂວງ ບິ່ງດິ້ງ ໄດ້ຈັດພິທີໄຂວັນບຸນເລີ່ມຕົ້ນທຸລະກິດນະວັດຕະກຳ ແຂວງ ບິ່ງດິ້ງ ຄັ້ງທີ IV.
ວັນ​ບຸນ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ນະ​ວັດ​ຕະ​ກຳ ແຂວງ ບິ່ງ​ດິ້ງ​ ປີ 2023 - ảnh 1 ພິທີໄຂວັນບຸນເລີ່ມຕົ້ນທຸລະກິດນະວັດຕະກຳ ແຂວງ ບິ່ງດິ້ງ ຄັ້ງທີ IV (ພາບ: baobinhdinh.vn)

ໃນວັນບຸນປີນີ້, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດທີ່ເຂົ້າຮ່ວມ ໄດ້ແນະນຳ, ໂຄສະນາຜະລິດຕະພັນເລີ່ມຕົ້ນທຸລະກິດ, ວິທະຍາສາດເຕັກໂນໂລຢີ ພ້ອມກັບຫຼາຍຜະລິດຕະພັນທີ່ເປັນເອກະລັກຂອງແຂວງ; ແລກປ່ຽນປະສົບການ, ເຊື່ອມຕໍ່ນັກລົງທຶນ, ລູກຄ້າ ເພື່ອຊອກຫາຕະຫຼາດພັດທະນາຜະລິດຕະພັນ. ໃນວັນບຸນນີ້, ຍັງຈັດກອງປະຊຸມສຳມະນາ ຂຸດຄົ້ນກຳລັງບົ່ມຊ້ອນເລີ່ມຕົ້ນທຸລະກິດພາກກາງ ຫວຽດນາມ ອີກດ້ວຍ.

        ເນື່ອງໃນໂອກາດນີ້, ພະແນກວິທະຍາສາດ ແລະ ເຕັກໂນໂລຢີແຂວງ ບິ່ງດິ້ງ ໄດ້ລົງນາມໃນລາຍການຮ່ວມມືຍຸດທະສາດລະບົບນິເວດເລີ່ມຕົ້ນທຸລະກິດ ກັບ ສູນຊ່ວຍເຫຼືອການເລີ່ມຕົ້ນທຸລະກິດແບບມີຫົວຄິດປະດິດສ້າງແຫ່ງຊາດ ແລະ ສູນກໍ່ສ້າງການເລີ່ມຕົ້ນທຸລະກິດ ແມ່ນ້ຳ ຮ່ານ.

 

ຕອບກັບ

ຂ່າວ/ບົດ​ອື່ນ