ວັນແພດໝໍໂລກ 7/4

ວັນແພດໝໍໂລກ 7/4 - ảnh 1
( ພາບປະກອບ )

( vovworld ) – ​ ສະຫະ​ປະຊາ​ຊາດ,​ ສະຫງວນ​ແຫຼ່ງທຶນ​ຫຼາຍກ່ວາອີກ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​​ຜູ້​ອາ​ຍຸສູງ ​ເພື່ອ​ຮັບປະກັນ​ໃຫ້​ເຂົ້າ​ເຈົ້າ​ມີ​ຊີວິດທີ່​ສົດ​ຊື່ນ ແລະ ​ແຂງ​ແຮງ​ແມ່ນ​ຂໍ້​ມູນ​ຂ່າວ​ຂອງ​ສະຫະ​ປະຊາ​ຊາດ​ເນື່ອງ​ໃນ​ໂອກາດ​ວັນ​ແພດ​ໝໍ​ໂລກ 7/4 ປີ 2012. ​ໃນ​ສານ​ຂອງ​ວັນ​ແພດ​ໝໍ​, ທ່ານ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາ​ມສຳຄັນ​ຂອງ​ເລື່ອງ​ສະໜອງ​ບັນດາບໍລິການສາທາລະນະ​ສຸກ​ເໝາະ​ສົມໃຫ້​ຜູ້​ມີ​ອາ​ຍຸ​ສູງ​​ຜ່ານ​ບັນດາ​ນະ​ໂຍບາຍສາທາລະນະ​ສຸກ​​ແທດ​ເໝາະ​ກ່ຽວ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​ຜູ້​ອາຍຸ​ສູງ. ສະຫະ​ປະຊາ​ຊາດ​ກຳນົດ​ຫົວ​ຂໍ້​ຂອງ​ວັນ​ແພດ​ໝໍ​ປີ​ນີ້​ແມ່ນ “ ສຸຂະພາບ​ດີ​ເພື່ອ​ມີ​ອາຍຸ​ຍືນ ” ​ເພື່ອ​ແນ​ໃສ່​ເນັ້ນ​ໜັກ​ເຖິງ​ບັນຫາ​ໃຫ້​ບຸລິມະສິດ​ຂອງ​ອົງການ​ອະນາ​ໄມ​ໂລກ​ໃນ​ປີ 2012 ​ແມ່ນ​ສຸມ​ໃສ່​ຊຸກຍູ້​ສຸຂະພາບ​ໃຫ້​ຜູ້​ມີ​ອາຍຸ​ສູງ​ຜ່ານ​ການ​ດຳລົງ​ຊີວິດຊີວິດເພື່ອສ້າງ​​ຊີວິດ​ທີ່​ສົດ​ຊື່ນ ​ແລະ ມີ​ຜົນ​ປະ​ໂຫຍ​ດ​​ໃຫ້​ແກ່​ຜູ້​ອາ​ຍຸ​ສູງ.

ຂ່າວ/ບົດ​ອື່ນ