ວິວັດການຟື້ນຟູສຸຂະພາບຂອງປະທານາທິບໍດີ Hugo Chavez

ວິວັດການຟື້ນຟູສຸຂະພາບຂອງປະທານາທິບໍດີ Hugo Chavez  - ảnh 1
(ທານປະທານາທິບໍດີ Hugo Chavez)

ວັນ​ທີ 12/1, ທ່ານ Adan Chavez, ຂ້າ​ຫຼວງ​ໃຫຍ່​ລັດ Brinas (Venezuela) ​ແລະ ບັນດາ​ອ້າຍ​ຂອງ​ປະທານາທິບໍດີ Hugo Chavez ​ໄດ້​ຄັດຄ້ານ​ຂໍ້​ມູນ​ຂ່າວ​ທີ່​ວ່າ ສຸຂະພາບ​ຂອງການ​ນຳ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ນີ້​ພວມ​ຕົກ​ຢູ່​ໃນ​ອາການ​ຮ້າຍ​ແຮງ​ທີ່​ສຸດ. ທ່ານ​ຜູ້​ນີ້​ຢືນຢັນ​ວ່າ, ປະທານາທິບໍດີ​ພວມຢູ່​ໃນ​ໄລຍະ​ຟື້ນ​ຟູ​ສຸຂະພາບ ​ແລະ ມີ​ສັນຍານ​​ໄດ້​ດີກ​ວ່າ. ຕາມທ່ານ Adan Chavez, ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສຸຂະພາບ​ຂອງປະທານາທິບໍດີ Hugo Chavez ​ຜ່ານ​ເຄືອ​ຂ່າຍ​ສັງຄົມ ​ແລະ ພາຫະນະ​ສື່​ມວນ​ຊົນ​ຈຳນວນ​ໜຶ່ງ ​ໃນ​ໄລຍະ​ຫວ່າງ​ແລ້ວ​ນີ້​ ແມ່ນ​ຜິດ​ກັບ​ຄວາມ​ຈິງ. ທ່ານ​ກ່າວ​ເຕືອນ​ວ່າ, ຂໍ້​ມູນ​ທີ່​ຜິດ​ພາດ​ເຫຼົ່າ​ນັ້ນ​ແມ່ນ​ກົນອຸບາຍ​ຂອງ​ຝ່າຍ​ຄ້ານ ​ເພື່ອ​ກໍ່ຄວາມວຸ່ນວາຍຢູ່​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ