(vovworld) - ຫວຽດນາມມີກາລະໂອກາດຫຼາຍຢ່າງເພື່ອໃຫ້ບັນດາວິສາຫະກິດອັງກິດ ລົງທຶນເຂົ້າ, ພິເສດແມ່ນໃນຂົງເຂດພັດທະນາພື້ນຖານໂຄງລ່າງ. ໃນການປະຊຸມຂ່າວເມື່ອວັນທີ 7/9 ຢູ່ລອນດອນ, ເຈົ້າຄອງເຂດການເງິນລອນດອນ David Wootton ໄດ້ຢັ້ງຢືນຄືດັ່ງກ່າວ. ເຈົ້າຄອງເຂດການເງິນລອນດອນ David Wootton ຈະນຳໜ້າຄະນະນັກທຸກລະກິດ 20 ຄົນມາຫວຽດນາມ ໃນທ້າຍເດືອນ 9 ນີ້ ເພື່ອແນໃສ່ຊຸກຍູ້ກາລະໂອກາດຮ່ວມມື ແລະ ລົງທຶນລະຫວ່າງສອງປະເທດກວ່າອີກ. ຕາມທ່ານແລ້ວ, ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານຈະມີການພົບປະ ແລະ ເຮັດວຽກກັບບັນດາເຈົ້າໜ້າທີ່ຂອງລັດຖະບານ, ນັບທັງບັນດາການນຳວິສາຫະກິດຕ່າງໆຂອງຫວຽດນາມເພື່ອກຳນົດບັນດາໂຄງການທົດລອງກ່ຽວກັບການຮ່ວມມືຕາມຮູບແບບຄູ້ຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ (PPP). ທ່ານຫວັງວ່າຜ່ານການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນບັນລຸໄດ້ຈຸດໝາຍເຊິ່ງສອງປະເທດໄດ້ວາງອອກ ແມ່ນເພີ່ມວົງເງິນການຄ້າສອງຝ່າຍຂຶ້ນເຖິງ 4 ຕຶ້ USD ໃນປີ 2013 ແລະ ເພີ່ມເງິນລົງທຶນໂດຍກົງຂອງບັນດາວິສາຫະກິດອັງກິດ ເຂົ້າຫວຽດນາມ.