ວິສາຫະກິດໄທ ຕີລາຄາວ່າ: ຫວຽດນາມ ແມ່ນຕະຫລາດ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ

ວິສາຫະກິດໄທ ຕີລາຄາວ່າ: ຫວຽດນາມ ແມ່ນຕະຫລາດ       ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ - ảnh 1
ງານວາງສະແດງສິນຄ້າໄທ ຢູ່ ຮ່າໂນ້ຍ
ພາບ:TTXVN

(vovworld) - ວັນ​ທີ 18/9, ກະຊວງ​ການ​ຕ່າງປະ​ເທດ​ໄທ ​ແລະ ຄະນະ​ກຳມະການ​ລົງທຶນ​ຂອງ​ປະ​ເທດ​ນີ້ (BOI) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວກັບ​ກາລະ​ໂອກາດ​ເພີ່ມ​ທະວີ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ຢູ່ ຫວຽດນາມ. ນັກ​ສຳ​ມະ​ນາກ​ອນຫລາຍ​ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ຕີ​ລາຄາ​ວ່າ ຫວຽດນາມ ​ແມ່ນ​ຕະຫລາດ​ໃຫຍ່ ​ແລະ ກາລະ​ໂອກາດ​ການ​ລົງທຶນ​ຢູ່​ທີ່​ນີ້​ແມ່ນ​ສະດວກທີ່ສຸດ​ສຳລັບ​ວິ​ສາ​ຫະກິດ​ໄທ. ທ່ານ​ນາງວັດສະນາ ນຸທຸຕະນົນ ຮອງ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ລົງທຶນ​ໄທ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ຕະຫລາດ​ມີ​ຄວາມ​ສາມ​ດບົ່ມ​ຊ້ອນ​ຫລາຍ​ຢ່າງ​ສຳລັບ​ວິ​ສາ​ຫະກິດ​ໄທ ຍ້ອນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ເປັກ​ປົກກະຕິ, ນະ​ໂຍບາຍ​ລົງທຶນ​ສະດວກ. ປະຈຸ​ບັນ ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ.  ປີ 2011 ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ 9,5 ຕື້ USD. ​ໄທ​ແມ່ນ​ປະ​ເທດ​ທີ 3 ​ໃນ​ຈຳນວນ​ປະ​ເທດ ອາ​ຊຽນ ລົງທຶນ​ເຂົ້າ ຫວຽດນາມ ດ້ວຍ​ຈຳນວນ​ເງິນ​ລົງທຶນ 6, 7 ຕື້ USD ​ແລະ ບັນດາ​ບໍລິສັດ​ຂອງ​ໄທ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ ຫວຽດນາມ ກວ່າ 12.000 ຄົນ. ​ແຫ​ລ່ງຊັບພະຍາກອນ​ ​ແລະ ຊັບພະຍາກອນ​ມະນຸດ​ຂອງ ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ຕັ້ງຫນ້າ​ທີ່ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ໄທ​ລົງ​ທຶນ​ເຂົ້າ ຫວຽດນາມ.

ຂ່າວ/ບົດ​ອື່ນ