ວິ​ສາ​ຫະ​ກິດ ພາຍ​ໃນ​ປະ​ເທດເພີ​່ມ​ລ​ະ​ດັບ​ຄວາມ​ໄວ,​ ສົ່ງ​ອອກສິ​ຄ້າ​ດ້ວຍ​ມູ​ນ​ຄ່າ​ເກືອບ 60 ຕື້ USD ພາຍ​ຫຼັງ 9 ເດືອນ​ ​ປີ 2019

(VOVWORLD) - ຕາມກະຊວງອຸດສາຫະກຳ ແລະ ການຄ້າ, ໄລ່ຮອດທ້າຍໄຕມາດທີ III/2019 ການສົ່ງອອກຂອງກຸ່ມວິສາຫະກິດທີ່ມີເງິນລົງທຶນພາຍໃນປະເທດ 100% ຄາດຄະເນວ່າບັນລຸໄດ້ເກືອບ 60 ຕື້ USD, ເພີ່ມຂຶ້ນເຖິງ 16,4%ເມືອທຽບໃສ່ໄລຍະດຽວກັນຂອງປີ 2018.
ວິ​ສາ​ຫະ​ກິດ ພາຍ​ໃນ​ປະ​ເທດເພີ​່ມ​ລ​ະ​ດັບ​ຄວາມ​ໄວ,​ ສົ່ງ​ອອກສິ​ຄ້າ​ດ້ວຍ​ມູ​ນ​ຄ່າ​ເກືອບ 60 ຕື້ USD ພາຍ​ຫຼັງ 9 ເດືອນ​ ​ປີ 2019 - ảnh 1

ວິສາຫະກິດ ພາຍໃນປະເທດ ສົ່ງອອກເກືອບ 60 ຕື້ USD ພາຍຫຼັງ 9 ເດືອນຕົ້ນປີ 2019(ພາບ: Vietnam+)

ໝາກຜົນນີ້ລື່ນກາຍລະດັບເພີ່ມຂຶ້ນ 5%ຂອງຂົງເຂດທີ່ມີເງິນລົງທຶນຈາກຕ່າງປະເທດ. ປະເພດສິນຄ້າທີ່ຂຶ້ນກັບກຸ່ມອຸດສາຫະກຳນີ້ຕົ້ນຕໍແມ່ນກຳລັງໜູນໃນການເຕີບໂຕຂອງ ກຸ່ມວິສາຫະກິດພາຍໃນປະເທດ. ດ້ວຍໝາກຜົນນີ້, ອັດຕາສ່ວຍຂອງເຂດເສດຖະກິດພາຍໃນປະເທດສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ, ກວມເອົາເກືອບ31% ຍອດວົງເງິນສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ