ວິສາຫະກິດFDIປາດຖະໜາຢາກປັບປຸງພື້ນຖານໂຄງລ່າງ,ລົງທຶນໃຫ້ແຫຼ່ງຊັບພະຍາກອນມະນຸດ

ວິສາຫະກິດFDIປາດຖະໜາຢາກປັບປຸງພື້ນຖານໂຄງລ່າງ,ລົງທຶນໃຫ້ແຫຼ່ງຊັບພະຍາກອນມະນຸດ - ảnh 1
ທ່ານ ເລ​ແທງ​ຫາຍ, ແລກ​ປ່ຽນ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຕ່າງປະ​ເທດ
(ພາບ: Tuổi trẻ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 4/3, ການ​ນຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ. ​ເຂົ້າ​ຮ່ວ​ມການ​ພົບ​ປະ​ມີ​ຜູ້​ຕາງໜ້າຈາກ  9 ສະຫະ​ສະມາຄົມ​ວິ​ສາ​ຫະກິດ ​ແລະ 70 ວິ​ສາ​ຫະກິດ​ຕາງໜ້າ​ໃຫ້​ກ່ວາ 5.000 ວິ​ສາ​ຫະກິດ​ທີ່​ມີ​​​ເງິນລົງທຶນ​ຈາກຕ່າງປະ​ເທດ (FDI) ຢູ່​ນະຄອນ​ໂຮ່ຈິ​ມິນ. ທີ່​ການ​ພົບ​ປະ, ການ​ນຳ​ນະຄອນ​ໂຮ່ຈິ​ມິນ ຕີ​ລາຄາ​ສູງ​ບົດບາດ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​​ເງິນລົງທຶນຈາກ​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ນະຄອນ. ວິ​ສາ​ຫະກິດ​ຈາກ​ຕ່າງປະ​ເທດຫຼາຍ​ແຫ່ງຖື​ວ່າ ​ເພື່ອ​ເພີ່ມ​ທະວີ​ການດຶງ​ດູດ​​ແຫຼ່ງ​ທຶນຈາກ​ຕ່າງປະ​ເທດ, ນະຄອນ ຄວນ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ ​ແລະ ລົງທຶນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​ແຫຼ່ງຊັບ​ພະຍາກອນ​ເຕັກນິກ​ສູງ. ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ກໍ່​ສະ​ເໜີ​ນະຄອນ​ສືບ​ຕໍ່​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຢ່າງ​ແຮງ​ ​ແລະ ກະຈ່າງ​ແຈ້ງ​ກ່ວາ​ອີກ​ໃນ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ພາສີ​ອາກອນ.

      ປະຈຸ​ບັນ, ນະຄອນ​ໂຮ່ຈິ​ມິນ ນຳ​ໜ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ແຫຼ່ງທຶນ​ຈາກ​ຕ່າງປະ​ເທດ​​, ດ້ວຍກ່ວາ 5.300 ​ໂຄງການ, ຍອດ​​ເງິນ​ລົງທຶນ​ແມ່ນ​ກ່ວາ 36 ຕື້ USD. ​ໃນ​ປີ 2014, ​ດຶງ​ດູດ​ແຫຼ່ງທຶນ​ຈາກ​ຕ່າງປະ​ເທດ​ຂອງ​ນະຄອນ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​, ດ້ວຍ​ຍອດ​ຈຳນວນທຶນ​ກ່ວາ 2,80 ຕື້ USD, ​ເພີ່ມ​ຂຶ້ນທົບ 3 ​ເທົ່າ​ເມື່ອ​ທຽບ​​ໃສ່ປີ 2013.


ຂ່າວ/ບົດ​ອື່ນ