ວາລະປະຊຸມຄັ້ງທີ 3 - ກຳມາທິການຮ່າງປັບປຸງລັດຖະທຳມະນູນ

ວາລະປະຊຸມຄັ້ງທີ 3 - ກຳມາທິການຮ່າງປັບປຸງລັດຖະທຳມະນູນ - ảnh 1
ລັດຖະທຳ​ມະນູນ​ປີ 1992


(vovworld) – ວັນ​ທີ 13/3, ກຳມາ​ທິການ​ຮ່າງ​ປັບປຸງລັດຖະທຳ​ມະນູນ​ປີ 1992 ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຫງວຽນ​ຊິງ​ຮູູ່ງ, ປະທານ​ກຳມາ​ທິການ​ຮ່າງ​ປັບປຸງລັດຖະທຳ​ມະນູນ​ ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ. ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ຂອງ​ກຳມາ​ທິການ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານສະຫຼຸ​ບວຽກ​ງານ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ແລະ ຮ່າງ​ບົດ​ລາຍ​ງານ​ບັນດາ​ບັນຫາ​ພື້ນຖານ​ກ່ຽວ​ກັບ​ການ​ປັບປຸງລັດຖະທຳ​ມະນູນ​ປີ 1992, ກຳນົດ​ທິດ​ປັບປຸງ​ລັດຖະທຳ​ມະນູນປີ 1992 ​ເພື່ອ​ຮັບປະກັນປ່ຽນ​ໃໝ່​ຢ່າງ​ຄົບ​ຊຸດ​ນັບທັງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ, ​ສອດ​ຄ່ອງ​ກັບ​ສະພາບ​ການ​ໃໝ່. ການປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ເພື່ອ​ສືບ​ຕໍ່​ຫັນແຜນ​ນະ​ໂຍບາຍ​ເສີມ​ຂະຫຍາຍ​ປະຊາທິປະ​​ໄຕ​ສັງຄົມ​ນິຍົມ​ໃຫ້​ເປັນ​ລະບອບ​ຢ່າງ​ຄົບ​ຖ້ວນ ​ແລະ ​ເລິກ​ເຊິ່ງກ່ວາ, ຮັບປະກັນ​ທຸກ​ໆສິດ​ອຳນາດ​ຂອງ​ລັດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ, ລະດົມ​ບັນດາ​ກຳລັງ​ສັງຄົມ​ເພື່ອ​ຮັບ​ໃຊ້​ພາລະກິດ​ພັດທະນາ​ປະ​ເທດ​ຊາດ; ສືບ​ຕໍ່​ຢັ້ງຢືນ​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ລັດ ​ແລະ ​ສັງຄົມ; ສະ​ແດງ​ໃຫ້​ເຫັນ​ທັດສະນະ​ຮັກສາ, ​ເຄົາລົບ​ສິດທິ​ມະນຸດ; ສືບ​ຕໍ່​ສ້າງພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ໃຫ້​ສົມບູນ​ແບບ, ພັດທະນາ​ວັດທະນະທຳ, ການ​ສຶກສາ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ຮັບປະກັນ​ຄວາມ​ຍຸຕິ​ທຳ​ສັງຄົມ, ຫັນ​​ເປັນ​ແນວທາງ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​, ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມຢ່າງ​ເລິກ​ເຊິ່ງ; ສືບ​ຕໍ່​ສ້າງລັດ​ແຫ່ງ​ອຳນາດ​ນິຕິບັນ​ຢັດ​ສັງຄົມ​ຫວຽດນາມ​ສົມ​ບຸນ​ແບບ, ຮັບປະກັນ​ເຊື່ອມ​ໂຍງ​ກັບ​ສາກົນ​ຢ່າງ​ຄົບ​ຖ້ວນ ​ແລະ​ ໝັ້ນຄົງ, ຮັບປະກັນ​ຜົນ​ສັກສິດ, ລັກສະນະ​ໝັ້ນຄົງ ​ແລະ​ພັດທະນາ​ຂອງ​ລັດຖະທຳ​ມະນູນ.

ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເນັ້ນ​ໜັກ​ວ່າ, ການ​ປັບ​ປຸງ​ລັດຖະທຳ​ມະນູນ​ປີ 1992 ຕ້ອງ​ຮັບປະກັນ​ຫຼັກການທີ່ວ່າ ​ທຸກໆສິດອຳນາດຂອງ​ລັດ​​ແມ່ນຂຶ້ນ​ກັບ​ປະຊາຊົນ. ທ່ານ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຮຽກຮ້ອງ​ໃຫ້​ຄະນະ​ຮຽບຮ້ຽງຄົ້ນ​ຄວ້າ, ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຢູ່ທີ່​ກອງ​ປະຊຸມຢ່າງ​ຄົບ​ຖ້ວນ, ສືບ​ຕໍ່​​ປັບປຸງນັບທັງ​ດ້ານ​ເນື້ອ​ໃນ ​ແລະ ​ເຕັກນິກ​ເອກະສານ​ເພື່ອຍື່ນ​ສະ​ເໜີ​ໃຫ້​ບັນດາອົງການ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

 


ຂ່າວ/ບົດ​ອື່ນ