ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານສີຈິ້ນຜິງ
(ພາບ: TTXVN)
(vovworld) – ຕອນຄຳວັນທີ 5/11, ຢູ່ສູນປະຊຸມສາກົນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ແລະ ພັນລະຍາ ເປັນເຈົ້າພາບຈັດຕັ້ງງານລ້ຽງ ຮອງຮັບທ່ານເລຂາທິການໃຫຍ່ ປະທານປະເທດ ຈີນ ສີຈິ້ນຜິງ ແລະ ພັນລະຍາ, ພ້ອມກັບບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຈີນ. ກ່າວຄຳເຫັນຊົມເຊີຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ: “ 2 ປະເທດ ຫວຽດນາມ - ຈີນ ມີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນມາແລ້ວ, ປະຊາຊົນ 2 ປະເທດມີການພົວພັນສະໜິດຕິດພັນກັນ.ຫວຽດນາມ ຍາມໃດກໍມີຄວາມພ້ອມກັບ ຈີນ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາເລິກເຊິ່ງ ກ້ວາງຂວາງຢ່າງບໍ່ຢຸດຢັ້ງກ່ວາອີກ.
ໃນຄຳຕອບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຊີ້ແຈ້ງວ່າ: 2 ປະເທດ ຈີນ ແລະ ຫວຽດນາມ ລ້ວນແຕ່ຍຶດໝັ້ນຢູ່ໃຕ້ການຊີ້ນຳນຳພາຂອງພັກກອມມູນິດ, ຍຶດໝັ້ນເສັ້ນທາງສັງຄົມນິຍົມ, 2 ຝ່າຍເພີ່ມທະວີຄວາມສາມັກຄີຮ່ວມມື, ພ້ອມກັນພັດທະນາ, ເໝາະສົມກັບຜົນປະໂຫຍດພື້ນຖານຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ, ມີຜົນປະໂຫຍດຕໍ່ສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໂລກ. ຝ່າຍ ຈີນ ໝັ້ນໝາຍກັບຝ່າຍ ຫວຽດນາມ, ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ພັດທະນາຢ່າງບໍ່ຢຸດຢັ້ງ.