ສືບຕໍ່ແບ່ງສິດອໍານາດໃຫ້ແກ່ທ້ອງຖິ່ນໃນການລົງທຶນກິດຈະການປ້ອງກັນ, ຕ້ານໄພທໍາມະຊາດ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່່າຍອິນເຕີເນັດກ່ຽວກັບການ ສະຫຼຸບວຽກງານປ້ອງກັນ, ຕ້ານໄພທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບທົ່ວປະເທດ ປີ 2018, ຜັນຂະຫຍາຍໜ້າທີ່ໃນປີ 2019. 
ສືບຕໍ່ແບ່ງສິດອໍານາດໃຫ້ແກ່ທ້ອງຖິ່ນໃນການລົງທຶນກິດຈະການປ້ອງກັນ, ຕ້ານໄພທໍາມະຊາດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່່າຍອິນເຕີເນັດກ່ຽວກັບການ ສະຫຼຸບວຽກງານປ້ອງກັນ, ຕ້ານໄພທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບທົ່ວປະເທດ ປີ 2018, ຜັນຂະຫຍາຍໜ້າທີ່ໃນປີ 2019

   ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່່າຍອິນເຕີເນັດກ່ຽວກັບການ ສະຫຼຸບວຽກງານປ້ອງກັນ, ຕ້ານໄພທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບທົ່ວປະເທດ ປີ 2018, ຜັນຂະຫຍາຍໜ້າທີ່ໃນປີ 2019. ກ່າວຄໍາເຫັນທີ່ກອງປະຊຸມ, ຈາກບັນດາຂໍ້ສະເໜີຂອງທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ຈະຍູ້ແຮງການແບ່ງຂັ້ນ, ແບ່ງສິດອໍານາດ, ສິດຕັດສິນໃຫ້ແກ່ການນໍາທ້ອງຖິ່ນ ເພື່ອຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການປ້ອງກັນ, ຕ້ານໄພທໍາມະຊາດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍເນັ້ນໜັກວ່າ ພັກ, ລັດ ມີຄວາມເອົາໃຈໃສ່ເຖິງວຽກງານປ້ອງກັນ, ຕ້ານໄພທໍາມະຊາດທີ່ສຸດ; ໄດ້ຊີ້ນໍາໃຫ້ປັບປຸງກົງຈັກການຈັດຕັ້ງ ກ່ຽວກັບການປ້ອງກັນ, ຕ້ານໄພທໍາມະຊາດ; ຍາມໃດກໍຍົກສູງນໍ້າໃຈຄວາມຮັບຜິດຊອບໃນການປ້ອງກັນ, ຕ້ານໄພທໍາມະຊາດ,  ຈາກນັ້ນ ຈຶ່ງຈໍາກັດໄດ້ຜົນເສຍຫາຍສ່ວນໃດສ່ວນໜຶ່ງ ຈາກໄພທໍາມະຊາດກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ແມ່ນໜຶ່ງໃນຈໍານວນ 10 ປະເທດ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ໄພທໍາມະຊາດນາບຂູ່, ແຕ່ພ້ອມກັນນັ້ນ ກໍໄດ້ເນັ້ນໜັກເຖິງຄວາມເຊື່ອໝັ້ນທີ່ຈະຜ່ານຜ່າ ແລະ ເອົາຊະນະຕໍ່ໄພທໍາມະຊາດໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ