ສປຊ ກ່າວເຕືອນ ມີປະຊາຊົນ 2,8 ລ້ານຄົນ ຈະປະເຊີນໜ້າກັບຄວາມສ່ຽງຂາດແຄນສະບຽງອາຫານ ຢູ່ໂຊມາລີ
(VOVWORLD) -ຕາມບົດລາຍການສັງລວມກ່ຽວກັບຄວາມຕ້ອງການມະນຸດສະທຳ ຢູ່ໂຊມາລີໃນປີ 2021, ປະເທດນີ້ ມີເດັກນ້ອຍ 1 ລ້ານຄົນຖືກຂາດໂພສະນາການ ຢູ່ລະດັບຮ້າຍແຮງ ແລະ ຮ້າຍແຮງທີ່ສຸດ.
ວັນທີ 17 ມິຖຸນາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ໄດ້ກ່າວເຕືອນວ່າ ມີປະຊາຊົນຢ່າງໜ້ອຍສຸດ 2,8 ລ້ານຄົນ ຈະປະເຊີນໜ້າກັບສະພາບການຂາດແຄນສະບຽງອາຫານ ແລະ ຕົກຢູ່ໃນສະພາບການອຶດຫິວທຸກຍາກໃນລະດັບສູງ ຢູ່ ໂຊມາລີ.
ມີກ່ວາ 80%ເນື້ອທີ່ດິນຂອງປະເທດໂຊມາລີພວມຕ້ອງປະເຊີນໜ້າກັບສະພາບການໄພແຫ້ງແລ້ງ ແຕ່ລະດັບກາງຮອດລະດັບຮ້າຍແຮງ. ສະພາບການແຫ້ງແລ້ງຈະສົ່ງຜົນໃຫ້ການເກັບກ່ຽວບໍ່ໄດ້ຮັບຜົນດີ ແລະ ບັນດາທົ່ງຫຍ້າຖືກເສຍຫາຍ ກໍຄືບັນດາແຫຼ່ງນ້ຳທີ່ມີຢູ່ແລ້ວໃນບາງພາກພື້ນ.
ຕາມບົດລາຍການສັງລວມກ່ຽວກັບຄວາມຕ້ອງການມະນຸດສະທຳ ຢູ່ໂຊມາລີໃນປີ 2021, ປະເທດນີ້ ມີເດັກນ້ອຍ 1 ລ້ານຄົນຖືກຂາດໂພສະນາການ ຢູ່ລະດັບຮ້າຍແຮງ ແລະ ຮ້າຍແຮງທີ່ສຸດ. ບັນດາຄູ່ຮ່ວມມືມະນຸດສະທຳໄດ້ເປີດກ້ວາງຂອບຂະໜາດໜູນຊ່ວຍໃຫ້ແກ່ບັນດາຜູ້ທີ່ຖືກຜົນກະທົບຈາກໄພນ້ຳຖ້ວນ, ໂດຍມີຢ່າງໜ້ອຍສຸດ 82.000 ຄົນໄດ້ສຳຜັດກັບເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ຈຳເປັນຄື: ອາຫານການກິນ, ນ້ຳ ແລະ ເຄື່ອງໃຊ້ອະນາໄມ.