ສປຊ ຊອກຫາວິທີເລີ່ມເຄື່ອນໄຫວວິວັດທະນາການດ້ານການເມືອງໃຫ້ແກ່ ຊີຣີ ຄືນໃໝ່

(VOVWORLD) - ດ້ວຍຈຸດປະສົງຕັ້ງໜ້າ ຊອກຮູ້ບັນດາວິທີການ” ໃຫ້ແກ່ການເລີ່ມເຄື່ອນໄຫວວິວັດທະນາການດ້ານການເມືອງຄືນໃໝ່ໂດຍ ສປຊ ເປັນຄົນກາງ...

ສປຊ ຊອກຫາວິທີເລີ່ມເຄື່ອນໄຫວວິວັດທະນາການດ້ານການເມືອງໃຫ້ແກ່ ຊີຣີ ຄືນໃໝ່ - ảnh 1 ທ່ານ Staffan de Mistura, ທູດພິເສດຂອງ ສປຊ ກ່ຽວກັບຊີຣີ

(ພາບ: AFP/TTXVN)

ຕາມຖະແຫຼງການໄດ້ປະກາດໃນວັນທີ 18 ເມສາ, ທ່ານ Staffan de Mistura, ທູດພິເສດຂອງ ສປຊ ກ່ຽວກັບຊີຣີ ພວມດຳເນີນ “ບັນດາການປຶກສາຫາລືຂັ້ນສູງ… ດ້ວຍຈຸດປະສົງຕັ້ງໜ້າ ຊອກຮູ້ບັນດາວິທີການ” ໃຫ້ແກ່ການເລີ່ມເຄື່ອນໄຫວວິວັດທະນາການດ້ານການເມືອງຄືນໃໝ່ໂດຍ ສປຊ ເປັນຄົນກາງ ຕາມຂອບເຂດຂອງມະຕິດເລກທີ 2254 ຂອງສະພາຄວາມໝັ້ນຄົງ ສປຊ.

        ມະຕິເລກທີ 2254 ໂດຍສະພາຄວາມໝັ້ນຄົງ ສປຊ ເຫັນດີເມື່ອປີ 2015, ຕາມນັ້ນແລ້ວ, ໄດ້ຮຽກຮ້ອງໃຫ້ດຳເນີນບັນດາການເລືອກຕັ້ງເສລີ ແລະ ຍຸດຕິທຳ ກໍ່ຄືຮຽບຮຽງລັດຖະທຳມະນູນໃໝ່ໃຫ້ແກ່ ຊີຣີ. ນີ້ແມ່ນພື້ນຖານໃຫ້ແກ່ວິວັດທະນາການໂດຍອຳນາດການປົກຄອງ ຊີຣີ ນຳໜ້າ ແລະ ປະຕິບັດເພື່ອຢຸດຕິການປະທະກັນ. ຖະແຫຼງການດັ່ງກ່າວຂອງຫ້ອງການທູດພິເສດ Mistura ປະກາດໃນອາທິດນີ້ວ່າ, ທ່ານ de Mistura ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຂອງ ບາງປະເທດເຂົ້າຮ່ວມກອງປະຊຸມສຸດຍອດຜ່ານມາຂອງສະຫະພັນ ອາຣັບ (AL) ຢູ່ ອາຣັບບິ ຊາອຸດິ. ຄາດວ່າ, ທ່ານຈະມີການປຶກສາຫາລືກັບບັນດາເຈົ້າໜ້າທີ່ ຕວກກີ ກ່ອນທີ່ຈະໄປຍັງປະເທດ ລັດເຊຍ ແລະ ອີຣານ ເພື່ອເຂົ້າຮ່ວມການພົບປະຂັ້ນສູງ. ນອກຈາກນັ້ນ, ທູດພິເສດທ່ານນີ້ກໍ່ມີແຜນການປຶກສາຫາລືກັບລັດຖະມົນຕີ ເອີລົບ ບາງທ່ານ ແລະ ຜູ້ຕາງໜ້າຂັ້ນສູງຂອງ ອາເມລິກາ ຢູ່ກອງປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ຕາເວັນອອກກາງເຊິ່ງຈະດຳເນີນຢູ່ ບຣຸກແຊນ ໃນອາທິດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ