ສປປເກົາຫຼີກ່າວເຕືອນຈະນຳໃຊ້ອາວຸດນີວເຄຼຍກ່ອນຖ້າຫາກຖືກນາບຂູ່

ສປປເກົາຫຼີກ່າວເຕືອນຈະນຳໃຊ້ອາວຸດນີວເຄຼຍກ່ອນຖ້າຫາກຖືກນາບຂູ່ - ảnh 1
(ພາບ​ປະ​ກອບ)

(vovworld)- ​ສາ​ທະ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ (ສ​ປ​ປ) ເກົາຫຼີ ກ່າວ​ເຕືອນ​ປະ​ເທດ​ນີ້ ອາດ​ຈະ​ປະ​ຕິ​ບັດ​ ບັນ​ດາເຫດ​ທົດ​ລອງ​ນີວ​ເຄຼຍ ​ຕໍ່​ໄປ, ພ້ອມ​ທັງ​ປະ​ກາດ​ກຽມ​ພ້ອມ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທຳ​ລາຍ ແນ​ໃສ່​ອາ​ເມ​ລິ​ກາ ຖ້​າຫາກ Washington ຜັນ​ຂະ​ຫຍາຍ​ບັນ​ດາ​ກຳ​ລັງ​ນີວ​ເຄຼຍ ເພື່ອຕ້ານ ພຽງ​ຢາງ, ນີ້​ແມ່ນ​ການ​ປະ​ກາດ ​​ໃນວັນ​ທີ 17/10, ຂອງ ທ່ານ Lee Yong Pil ​ຜູ້ອຳ​ນວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ອາ​ເລິ​ກາ ຂື້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ. ທ່ານ Lee Yong Pil ຢືນ​ຢັນ​ວ່າ: ຖ້າ​ຫາກ ສ​ປ​ປ ເກົາຫຼີ ​ຄົ້ນ​ພົບ ອາ​ເມ​ລິ​ກາ ກະ​ກຽມ​ບຸກ​ໂຈມ​ຕີ ສ​ປ​ປ ເກົາຫຼີ, ສ​ປ​ປ ເກົາຫຼີ ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ອາ​ເມ​ລິ​ກາ​ກ່ອນ. ທ່ານ Lee Yong Pil ໃຫ້​ຮູ້​ຕື່ມ​ອີກວ່າ:  ສ​ປ​ປ ເກົາຫຼີ ອາດ​ຈະ​ດຳ​ເນີນ​ ບັນ​ດາ​ເຫດທົດ​ລອງ​ນີວ​ເຄຼຍ ຄັ້ງ​ທີ 6, ​ທີ 7 ຫຼື ທີ 8.  ສ​ປ​ປ ເກົາຫຼີ ໄດ້​ປະ​ຕິ​ບັດ​ບັນ​ດາ​​ເຫດ​ທົດ​ລອງ​ນີວ​ເຄຼຍ ຄັ້ງ​ທີ 4 ແລະ ທີ 5 ໃນ​ປີ 2016.

ຂ່າວ/ບົດ​ອື່ນ