ສປປ.ເກົາຫຼີ ຢືນຢັນ ເຫດທົດລອງລູກສອນໄຟ ພຽງແຕ່ມີລັກສະນະປ້ອງກັນຕົວ

(VOVWORLD) -ໂຄສົກຂອງກະຊວງການຕ່່າງປະເທດ ສປປ.ເກົາຫຼີ ຊີ້ແຈ້ງວ່າ ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດການຊ້ອມຮົບທາງການທະຫານປະຈໍາໄລຍະ ແລະບໍ່ໄດ້ເລັ່ງໃສ່ບໍ່ວ່າເປົ້າໝາຍໃດ ແລະ ກໍບໍ່ໄດ້ແນໃສ່ເຮັດໃຫ້ສະພາບການຢູ່ພາກພື້ນຮ້າຍແຮງຂຶ້ນຕື່ມ.

ໃນຖະແຫຼງການທີ່ໄດ້ຍົກອອກໃນວັນທີ 8 ພຶດສະພາ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ຢັ້ງຢືນວ່າ ເຫດທົດລອງລູກສອນໄຟ  ເຊິ່ງການນໍາ ສປປ.ເກົາຫຼີ Kim Jong –un ຕິດຕາມກວດກາໃນອາທິດແລ້ວນີ້ ພຽງແຕ່ມີລັກສະນະປ້ອງກັນຕົວເທົ່ານັ້ນ ແລະ ນອນໃນຂອບເຂດການຊ້ອມຮົບປະຈໍາໄລຍະ.

        ໂຄສົກຂອງກະຊວງການຕ່່າງປະເທດ ສປປ.ເກົາຫຼີ ຊີ້ແຈ້ງວ່າ ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດການຊ້ອມຮົບທາງການທະຫານປະຈໍາໄລຍະ ແລະບໍ່ໄດ້ເລັ່ງໃສ່ບໍ່ວ່າເປົ້າໝາຍໃດ ແລະ ກໍບໍ່ໄດ້ແນໃສ່ເຮັດໃຫ້ສະພາບການຢູ່ພາກພື້ນຮ້າຍແຮງຂຶ້ນຕື່ມ.


ຕອບກັບ

ຂ່າວ/ບົດ​ອື່ນ