ສປປ.ເກົາຫຼີ ຮຽກຮ້ອງ ປົວແປງການພົວພັນ ລະຫວ່າງ 2 ພາກເກົາຫຼີ

ສປປ.ເກົາຫຼີ ຮຽກຮ້ອງ ປົວແປງການພົວພັນ ລະຫວ່າງ 2 ພາກເກົາຫຼີ - ảnh 1
(ພາບປະກອບ: TTXVN)

(vovworld) –  ວັນ​ທີ 07/07, ສປປ.​ເກົາຫຼີ ​ໄດ້​ຮຽກຮ້ອງຢຸດຕິ​ສະພາບ​ສູ້​ຢັນ​ກັນ​ໃນ​ແຫຼມ​ເກົາ​ຫຼີ ​ແລະ ປົວ​ແປງ​ການ​ພົວພັນ​ລະຫວ່າງ 2 ພາກ​ເ​ກົາຫຼີ. ສຳນັກ​ຂ່າວສານ​ສູນ​ກາງສປປ.​ເກົາຫຼີ (KCNA) ​ໄດ້​ຄັດ​ຄຳຖະ​ແຫຼ​ງຂອງ​ອຳນາດ​ການ​ປົກຄອງ​ພຽງ​ຢາງ ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ໄດ້​ຍົກ​ອອກຂໍ້​ສະ​ເໜີ 4 ຈຸດ, ​ເຊິ່ງຕາມ​ນັ້ນ​ແລ້ວ ​ເຮັດ​ແຈ້ງ​ບັນດາ​ຫຼັກການ ​ແລະ ທັດ​ນະ​ນະ​ຂອງ​ພຽງ​ຢາງ ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີ ​ແລະ “ສ້າງ​​ເອກະ​ພາບ ​ເອກະລາດ” ​ແຫ່ງ​ຊາດ​ຄືນ​ໃໝ່. ລັດຖະບານ ສປປ.​ເກົາຫຼີ ຮຽກຮ້ອງ​ໃຫ້ 2 ພາກ​ເກົາຫຼີ ຢຸດຕິ​ບັນດາ​ການ​ກະທຳ​ປໍ​ລະ​ປັກ ​ແລະ ສູ້​ຢັນ​ກັນ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ວິວັດ​ການ​ໄກ່​ເກ່ຍ ​ແລະ ​ເອກະ​ພາບ. ຖະ​ແຫຼ​ງການກໍ່​ກະຕຸກ​ຊຸກຍູ້ 2 ພາກ​ເກົາຫຼີ ຫີຼິກລ້ຽງ​ການອາ​ໄສ “ບັນດາອິດທິກຳລັງພາຍນອກ”, ແກ້ໄຂທຸກບັນຫາລະຫວ່າງ 2 ຝ່າຍ ແລະ ຊອກຫາ “ບັນດາ​ມາດ​ຕະການ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ແຫ່ງຊາດ​ຄືນ​ໃໝ່​ຢ່າງ​ສົມ​ເຫດ​ສົມ​ຜົນ”.

ຂ່າວ/ບົດ​ອື່ນ