ສຸມໃສ່ວຽກງານສ້າງກົດໝາຍທີ່ກອງປະຊຸມຄັ້ງທີ29ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ13

ສຸມໃສ່ວຽກງານສ້າງກົດໝາຍທີ່ກອງປະຊຸມຄັ້ງທີ29ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ13 - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 28 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​
ພາບ:internet


(vovworld)- ກອງ​ປະຊຸມ​ຄັ້ງ​ທີ 29 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ຄາດ​ວ່າ​ຈະ​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 14/7 ຢູ່ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ສວນ​ຫງວນ​ເວລາ​ສ່ວນ​ຫລາຍ​ໃຫ້​ແກ່​ວຽກ​ງານ​ສ້າງ​ກົດໝາຍ. ​ໃນ​ນັ້ນ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ບາງ​ສະບັບ​ຄື: ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ແທນ​ສະພາ​ປະຊາຊົນ, ຮ່າ​ງກົດໝາຍ​ບັດປະຈຳຕົວ, ຮ່າງ​ກົດໝາຍ​ສຳມະ​ໂນພົນລະ​ເມືອງ, ຮ່າງ​ກົດໝາຍ​ສານ​ປະຊາຊົນ(ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ຈັດ​ຕັ້ງ​ໄອ​ຍະ​ການ​ປະຊາຊົນ ​ແລະ ຮ່າງ​ກົດໝາຍ​ອື່ນ​ບາງ​ສະບັບ. ​ແລະ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ຕີ​ລາຄາ​ໝາກຜົນ​ກອງ​ປະຊຸມສະ​ໄຫມ​ສາມັນ​ເທື່ອ​ທີ 7 ສະພາ​ແຫ​່ງຊາດ​ຫວຽດນາມ​ຊຸດ​ທີ 13 ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ກອງ​ປະຊຸມ​ສ​ະ​ໄຫມ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13.​

ຂ່າວ/ບົດ​ອື່ນ