
ພິທີມອບລາງວັນໃຫ້ການເສັງສື່ສານການຕ່າງປະເທດທົ່ວປະເທດ,
ຄັ້ງທຳອິດປີ 2014
(ພາບ: vovgiaothong.vn)
|
(vovworld) - ສື່ສານການຕ່າງປະເທດແມ່ນພາກສ່ວນສຳຄັນທີ່ສຸດໃນວຽກງານໂຄສະນາ,ວຽກງານແນວຄິດຂອງພັກ, ລັດຫວຽດນາມ. ທ່ານ ດິງເທ໋ຮວີນ, ຫົວໜ້າຄະນະໂຄສະມາສຶກສາສູນກາງ ໄດ້ຢືນຢັນຄືດັ່ງກ່າວໃນພິທີມອບລາງວັນໃຫ້ການເສັງສື່ສານການຕ່າງປະເທດທົ່ວປະເທດ, ຄັ້ງທຳອິດປີ 2014 ທີ່ສະຫງວນໃຫ້ບັນດາຜະລິດຕະພັນສື່ມວນຊົນດີເດັ່ນ, ເຊິ່ງຈັດຂຶ້ນໃນວັນທີ 27/5, ຢູ່ຮ່າໂນ້ຍ. ນີ້ແມ່ນເທື່ອທຳອິດທີ່ຄະນະໂຄສະນາສຶກສາສູນກາງ ແລະ ຄະນະຊີ້ນຳສູນກາງກ່ຽວກັບວຽກງານສື່ສານການຕ່າງປະເທດຈັດຕັ້ງການເສັງຄືດັ່ງກ່າວ, ເພື່ອແນໃສ່ຮັບຮອງ, ເຊີດຊູນັກຂ່າວ, ໜ່ວຍນັກຂ່າວທີ່ດີເດັ່ນໃນຂົງເຂດສື່ສານ, ໂຄສະນາການຕ່າງປະເທດ, ປະກອບສ່ວນເຂົ້າພາລະກິດສື່ມວນຊົນຫວຽດນາມເວົ້າລວມ ແລະ ສື່ມວນຊົນການຕ່າງປະເທດເວົ້າສະເພາະ.
ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ 59 ບົດ ໃນຈຳນວນ 515 ບົດເຂົ້າຮ່ວມການເສັງ, ລວມມີ: ລາງວັນທີ 1 ແມ່ນ 5 ລາງວັນ; ລາງວັນທີ 2, 10 ລາງວັນ; ລາງວັນທີ 3, 13 ລາງວັນ ແລະ ລາງວັນຊົມເຊີຍ 31 ລາງວັນ. ກ່າວຄວາມເຫັນນະພິທີ, ທ່ານ ດິງເທ໋ຮວີນ, ຫົວໜ້າຄະນະໂຄສະມາສຶກສາສູນກາງ , ເນັ້ນໜັກວ່າ:
“ໃນຊຸມປີຜ່ານມາ, ວຽກງານສື່ສານການຕ່າງປະເທດໄດ້ມີການຫັນປ່ຽນທີ່ໜ້າຈົດຈຳ, ຄວາມສຳຄັນຂອງວຽກງານສື່ສານການຕ່າງປະເທດນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ບັນດາການເຄື່ອນໄຫວສື່ສານການຕ່າງປະເທດກໍ່ໄດ້ຮັບການຈັດຕັ້ງຢ່າງແທດຈິງກວ່າ, ເນື້ອໃນສື່ສານກໍ່ອຸດົມສົມບຸນ ແລະ ທັນການກວ່າ; ແບບວິທີເຄື່ອນໄຫວກໍ່ປ່ຽນໃໝ່ຢ່າງມີໄຫວພິບ. ບັນດາກຳລັງເຂົ້າຮ່ວມການສື່ສານການຕ່າງປະເທດໄດ້ເພີ່ມຂຶ້ນ. ເປົ້າໝາຍ, ບໍລິເວນເຄື່ອນໄຫວກໍ່ນັບມື້ນັບເປີດກວ້າງ. ບັນດາການເຄື່ອນໄຫວສື່ສານການຕ່າງປະເທດ ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ປັບປຸງ, ເປີດກວ້າງການພົວພັນລະຫວ່າງຫວຽດນາມກັບປະເທດຕ່າງໆ, ຊຸກຍູ້ການເຊື່ອມໂຍງກັບສາກົນ, ດຶງດູດການລົງທຶນ ແລະ ແຂກທ່ອງທ່ຽວຕ່າງປະເທດເຂົ້າຫວຽດນາມ, ເຮັດໃຫ້ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດຕິດພັນກັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ“.
ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຮັບ 6 ລາງວັນ, ໃນນັ້ນລວມມີລາງວັນທີ 1, ລາງວັນທີ 2, ລາງວັນທີ 3 ແລະ ລາງວັນຊົມເຊີຍ. ພິເສດ, ລະບົບກະຈາຍສຽງພາກພາສາຕ່າງປະເທດ (VOV5) ໄດ້ຮັບລາງວັນທີ 1 ດ້ວຍບົດ “20 ປີ ແຫ່ງການພົວພັນຫວຽດນາມ - ອາເມລິກາ“