ສະຖານທູດຫວຽດນາມ ປະຈຳບຸນກາເຮຍ ຈັດພິທີຊັກທຸງອາຊຽນ
ທຸງອາຊຽນພວມຖືກຊັກຂຶ້ນຢູ່ຫຼາຍປະເທດໃນໂລກ (ພາບ: internet )
|
Vovworld- ຕອນບ່າຍວັນທີ 8/8 ສະຖານທູດຫວຽດນາມປະຈຳບຸນກາເຮຍໄດ້ຈັດພິທີຊັກທຸງອາຊຽນເປັນຄູ່ກັບທຸ່ງຊາດຫວຽດນາມຢູ່ທີ່ສຳນັກງານສະຖານທູດ. ນີ້ແມ່ນການເຄື່ອນໄຫວເນື່ອງໃນໂອກາດ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 17 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກຂອງອົງການນີ້. ກ່າວຄຳເຫັນທີ່ພິທີ, ທ່ານ ເອກອັກຄະລັດຖະທູດຫວຽດນາມ Tran Van Thinh ໄດ້ເນັ້ນໜັກວ່າ ການຊັກທຸງອາຊຽນ ແມ່ນເຫດການທີ່ສຳຄັນຍິ່ງ ແນ່ໃສ່ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ແລະ ບັນດາປະເທດອາຊຽນມຸ່ງໄປສູ່ປະຊາຄົມອາຊຽນໃນປີ 2015 ໂດຍອີງບົນ 3 ເສົາຄ້ຳ : ປະຊາຄົມການເມືອງ - ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ, ປະຊາຄົມວັດທະນະທຳ - ສັງຄົມ. ການເຄື່ອນໄຫວນີ້ກໍເປັນການຊ່ວຍເພີ່ມທະວີການໂຄສະນາຮູບພາບອາຊຽນ ແລະ ປະຊາຄົມອາຊຽນ ຜ່ານສາຍຕາຂອງເພື່ອນມິດສາກົນ, ປະກອບສ່ວນເຂົ້າໃນຜົນສຳເລັດຮ່ວມຂອງສະຫະສະມາຄົມອາຊຽນ .