ສະພາຕ່ຳອາເມລິກາ ຮັບຮອງເອົາຄຳສັ່ງ ລົງໂທດໃໝ່ ຕ້ານອີຣານ

ວັນ​ທີ 14/12, ສະພາ​ຕ່ຳ​ອາ​ເມ​ລິ​ກາ​​ໄດ້​ຮັບຮອງ​ເອົາ​ຄຳ​ສັ່ງ​ລົງ​ໂທດ​​ໃໝ່​ຕ້ານ ອີຣານ ​ດ້ວຍ​ກົນອຸບາຍ​ບັງ​ຄັບ​​ໃຫ້ປະ​ເທດ ອິດສະ​ລາມ​ນີ້ ຕ້ອງ​ຢຸດຕິ​​ໂຄງການ​ນິວ​ເຄຼຍ ທີ່​ຖືກ​ຝ່າຍ​ຕາ​ເວັນ​ຕົກ​ກ່າວ​ປະນາມ​ວ່າ​ແມ່ນ​ເພື່ອ​ແນ​ໃສ່​ພັດທະນາ​ອາວຸດ​ນິວ​ເຄຍ ​ແລະ ຖືກ​ຊຸດ​ໂຊມ​ດ້ານ​ເສດຖະກິດ. ຕາມ​ບັນດາ​ມາດ​ຕະການ​ລົງ​ໂທດໃໝ່​, ອາ​ເມ​ລິ​ກາ ຈະຈັດ​ວາງ​ບັນດາ​ຂໍ້​ກຳນົດ​ທີ່​​ແຂງກະດ້າງ ​ເພື່ອ​ແນ​ໃສ່​ລົບ​ລ້າງ​ທະນາຄານ​ສູນກາງ​ອີຣານ ອອກ​ຈາກ​ລະບົບ​ການ​ເງິນ​ທົ່ວ​ໂລກ, ພ້ອມ​ກັນ​ນັ້ນ​ກໍ່​ຮຽກຮ້ອງ​ໃຫ້​ລົງ​ໂທດ​ບັນດາ​ປະ​ເທດ ​ແລະ ບໍລິສັດທີ່​ໄດ້​ລົງທຶນ​ເຂົ້າ​ຂົງ​ເຂດ​ພະລັງງານ​ຂອງ ອີຣານ, ສະໜອງ  ​ເຊື້ອ​​ໄຟ ຫຼື​​ເຄັບ​ລົບ​ຊ່ວຍ ເຕ​ເຮຣານ ພັດທະນາ​ອາວຸດ​ເຄມີ.​.​.​.​ ກໍ່​ໃນ​ວັນ​ດຽວ​ກັນ, ສະພາ​ຕ່ຳ ອາ​ເມ​ລິ​ກາ​ກໍ່​​ໄດ້ຮັບຮອງ​ເອົາ ​ມາດ​ຕະການ​ລົງ​ໂທດ​ໃໝ່​ຕ້ານ​ Xyri ​ແລະ ສປປ ​ເກົາຫຼີ, ຮັບຮອງ​​ເອົາ​ເລື່ອງ​ລົງ​ໂທດ​ບັນດາ​ປະ​ເທດ ​ຫຼື ບໍລິສັດ​ໃດ​ທີ່​ຊ່ວຍ​ບັນດາ​ປະ​ເທດ​ນີ້​ພັດທະນາ ອາວຸດ​ນິວ​ເຄຼຍ, ອາວຸດ​ຊີວະ​ພາບ ​ແລະ ​ເຄມີ ຫຼື​ ພັດທະ​ນາ​ໂຄງການ​ລູກ​ສອນ​ໄຟ.

 

ຂ່າວ/ບົດ​ອື່ນ