ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ໄລ່ຮອດເວລາ 8 ໂມງ 15 ນາທີ ຂອງວັນທີ 10 ພຶດສະພາ (ຕາມເວລາຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19  ຈຳນວນ 4.100.726 ຄົນ.

ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງ 15 ນາທີ ຂອງວັນທີ 10 ພຶດສະພາ (ຕາມເວລາຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເປັນຈຳນວນ  4.100.726 ຄົນ ແລະ ໄດ້ມີຜູ້ເສຍຊີວິດ 28.431 ຄົນ. ຈຳນວນຄົນເຈັບໄດ້ຮັບການຟື້ນຟູສຸຂະພາບແມ່ນ 1.441.474 ຄົນ. ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດອອກສູ່ 212 ປະເທດ ແລະ ເຂດແຄວ້ນໃນໂລກ.

ອາເມລິກາ ແມ່ນເຂດໃຈກາງຂອງໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກ ຄື 1.347.309 ຄົນ, ໄດ້ມີຜູ້ເສຍຊີວິດ 80.034, ຖັດຈາກ ອາເມລິກາ ແມ່ນ ແອັດສະປາຍ ເຊິ່ງມີຜູ້ຕິດເຊື້ອ 262.783 ຄົນ ແລະ ໄດ້ມີຜູ້ເສຍຊີວິດ 26.478, ຮອງລົງມາແມ່ນ ອີຕາລີ. ສ່ວນຢູ່ອັງກິດ ມີຜູ້ຕິດເຊື້ອ 215.260 ຄົນ ແລະ ໄດ້ມີຜູ້ເສຍຊີວິດ 31.587 ຄົນ, ຢູ່ລັດເຊຍ ມີຜູ້ຕິດເຊື້ອ 198.676 ຄົນ ແລະ ໄດ້ມີຜູ້ເສຍຊີວິດ 1.827 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ