ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ Worldometers.info, ໄລ່ຮອດຕອນເວລາ 8 ໂມງ ຕອນເຊົ້າວັນທີ 20 ເມສາ (ຕາມເວລາ ຫວຽດນາມ), ໃນທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 2.407.294 ຄົນ ແລະ ມີຜູ້ເສຍຊີວິດ 165.049 ຄົນ. ໂລກລະບາດ Covid – 19 ໄດ້ແຜ່ລາມອອກສູ່ 210 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ - ảnh 1ພາບປະກອບ (ພາບ: TTXVN) 

ອາເມລິກາສືບຕໍ່ແມ່ນໃຈກາງເກີດໂລກລະບາດດ້ວຍຈຳນວນຜູ້ເສຍຊີວິດກາຍຈຳນວນ 40.000 ຄົນ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວປະເທດ ອາເມລິກາແມ່ນ 764.303 ຄົນ, ກວມເອົາກວ່າ 31% ຍອດຈຳນວນຜູ້ຕິດເຊື້ອໃນທົ່ວໂລກ.

ໂລກລະບາດ Covid – 19 ຢູ່ເອີລົບໄດ້ລືນກາຍລະດັບໃໝ່ຢ່າງເປັນທາງການ ໃນວັນທີ 19 ເມສາ ເມື່ອ ຈຳນວນຜູ້ຕິດເຊື້ອຢູ່ທະວີບນີ້ກາຍຕົວເລກ 1ລ້ານ ແລະ ຈຳນວນຜູ້ເສຍຊີວິດກາຍຕົວເລກ 100.000  ຄົນ. 2ປະເທດທີ່ໄດ້ຮັບຜົນສະທ້ອນໜັກໜ່ວງທີ່ສຸດຈາກໂລກລະບາດ Covid – 19 ຢູ່ເອີລົບແມ່ນ ແອັດສະປາບ ແລະ ອີຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ