ສະພາສູງອາເມລິກາຮັບຮອງເອົາຮ່າງກົດໝາຍວ່າດ້ວຍການລົງໂທດຈີນທີ່ກ່ຽວຂ້ອງເຖິງບັນຫາຮົ່ງກົງ
ນັກຂ່າວ VOV ປະຈຳອາເມລິກາ -  
(VOVWORLD) -ຮ່າງກົດໝາຍມີຊື່ວ່າ ກົດດຳລັດວ່າດ້ວຍສິດເປັນເຈົ້າຮົ່ງກົງ ແມ່ນໜຶ່ງໃນບັນດາການກະທຳຂອງອາເມລິກາ ເພື່ອແນໃສ່ຄັດຄ້ານຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງສະບັບໃໝ່ຂອງຈີນ ສຳລັບ ຮົ່ງກົງ.
ວັນທີ 25 ມິຖຸນາ, ສະພາສູງອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຈັດວາງບັນດາມາດຕະການລົງໂທດແບບບັງຄັບສຳລັບບັນດາສ່ວນບຸກຄົນ ແລະ ບໍລິສັດສະໜັບສະໜູນບັນດາຄວາມມານະພະຍາຍາມຂອງຈີນ ເພື່ອແນໃສ່ຈຳກັດສິດເປັນເຈົ້າຂອງຮົ່ງກົງ.
ຮ່າງກົດໝາຍມີຊື່ວ່າ ກົດດຳລັດວ່າດ້ວຍສິດເປັນເຈົ້າຮົ່ງກົງ ແມ່ນໜຶ່ງໃນບັນດາການກະທຳຂອງອາເມລິກາ ເພື່ອແນໃສ່ຄັດຄ້ານຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງສະບັບໃໝ່ຂອງຈີນ ສຳລັບ ຮົ່ງກົງ. ຮ່າງກົດໝາຍສະບັບນີ້ລວມມີທັງບັນດາມາດຕະການລົງໂທດທີ່ບໍ່ມີຄວາມຈຳເປັນສຳລັບບັນດາທະນາຄານມີການແລກປ່ຽນການຄ້າກັບບັນດາສ່ວນບຸກຄົນທີ່ສະໜັບສະໜູນການກີດຂວາງສິດເປັນເຈົ້າຂອງຮົ່ງກົງ. ບັນດາທະນາຄານດັ່ງກ່າວຈະຖືກຫ້າມບໍ່ໃຫ້ຮ່ວມມືກັບບັນດາຄູ່ຮ່ວມມືອາເມລິກາ ແລະ ຖືກຈຳກັດການເຂົ້າຮ່ວມບັນດາການເຄື່ອນໄຫວແລກປ່ຽນດ້ວຍສະກຸນເງິນ USD ອາເມລິກາ.
ເພື່ອກາຍເປັນກົດໝາຍ, ຮ່າງກົດໝາຍນີ້ກໍ່ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາຕ່ຳ ແລະ ທ່ານປະທານາທິບໍດີ Donald Trump ເຊັນອະນຸມັດ.
ທ່ານສະມາຊິກສະພາສູງພັກປະຊາທິປະໄຕ Chris Van Hollen, ແມ່ນໜຶ່ງໃນບັນດາຜູ້ອຸປະຖຳຕົ້ນຕໍຂອງຮ່າງກົດໝາຍສະບັບດັ່ງກ່າວໄດ້ຖະແຫຼງວ່າ, ເອກະສານນີ້ແມ່ນສານທີ່ສະແດງໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ຈີນ ຈະມີຜົນສະທ້ອນ ຖ້າຫາກກ້າວໄປເຖິງການກີດຂວາງສິດເປັນເຈົ້າຂອງຮົ່ງກົງ.
ນັກຂ່າວ VOV ປະຈຳອາເມລິກາ