ພາບປະກອບ
|
(vovworld)- ຕອນເຊົ້າວັນທີ 1/12 ຢູ່ ນະຄອນ ໂຮ່ຈິມີນ, ສະມາຄົມສາສະຫນາ Mennonite ຫວຽດນາມ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ 3. ສາສະຫນາ Mennonite ເຄື່ອນໄຫວຢູ່ຫວຽດນາມ ແຕ່ປີ 1954. ປະຈຸບັນ ສາສະຫນານີ້ ມີສາສະນີກະຊົນປະມານ 10.000 ຄົນ, ຫລວງພໍ່ 178 ຄົນ ພວມເຜີຍແຜ່ສາສະຫນາຢູ່ 25 ແຂວງ, ນະຄອນ. ນີ້ແມ່ນນິກາຍຮັກຫອມສັນຕິພາບ, ເຂົ້າຮ່ວມຢ່າງຕັ້ງຫນ້າໃນວຽກງານກຸສົນສັງຄົມ ແລະ ບັນດາຂົງເຂດສາທາລະນະສຸກ, ການສຶກສາ. ຫລວງພໍ່ ຮີ່ງດີງເຫງ໋ຍ, ຮອງຫົວຫນ້າທີສອງ, ສະມາຄົມສາສະຫນາ Mennonite ຫວຽດນາມໃຫ້ຮູ້ວ່າ:
“ຄະນະສາສະຫນາ ນະຄອນໂຮ່ຈິມີນ ໄດ້ສ້າງເງື່ອນໄຂສະດວກຫລາຍຢ່າງເພື່ອໃຫ້ພວກຂ້າພະເຈົ້າເຄື່ອນໄຫວດ້ານສາສະຫນາຢູ່ ນະຄອນ ໂຮ່ຈິມີນ ແລະ ບັນດາແຂວງອື່ນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າສືບຕໍ່ແນະນຳໃຫ້ບັນດາສາສະນີກະຊົນ, ບັນດາບຸກຄະລາກອນ, ການນຳໃນສະມາຄົມຮ່ຳຮຽນຄຳສັ່ງສອນຂອງພະເຢຊູ ຢູ່ໃນສິນກິນໃນທຳ, ຮັບໃຊ້ສາສະຫນາ, ຮ່ວມເດີນທາງກັບປະເທດຊາດ.”