ສະຫະປະຊາຊາດໂຮມປະຊຸມດ່ວນກ່ຽວກັບສະພາບການຢູ່ຢູ່ກແຣນ
ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ໂຮມປະຊຸມດ່ວນເພື່ອປຶກສາຫາລືສະພາບການຢູ່ຢູກແຣນ (ພາບ: AP)
|
(vovworld)- ຕໍ່ໜ້າການຜັນແປທີ່ນັບມື້ນັບເຄັ່ງຕຶງຢູ່ພາກຕາເວັນຕົກ ຢູ່ກແຣນ, ຕອນເຊົ້າວັນທີ 14/4, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ໂຮມປະຊຸມ ດ່ວນເພື່ອປຶກສາຫາລືສະພາບການຢູ່ພາກພື້ນນີ້. ກອງປະຊຸມໄດ້ຖືກດຳເນີນຕາມຂໍ້ສະເໜີຂອງລັດເຊຍ. ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມ ໝັ້ນຄົງສະຫະປະຊາຊາດ, ຜູ້ຕາງໜ້າລັດເຊຍປະຈຳສະຫະປະຊາຊາດ ທ່ານ Vitaly Churkin ໄດ້ຖະແຫຼງຄວາມສາມາດສະກັດກັ້ນການເກີດສົງຄາມກາງເມືອງຢູ່ຢູກແຣນ ແມ່ນຕ້ອງຂຶ້ນກັບຝ່າຍຕາເວັນຕົກ. ຕາມທ່ານ Vitaly Churkin ແລ້ວ, ສະພາບການພາກຕາເວັນອອກ- ພາກໃຕ້ຂອງຢູ່ກແຣນ ພວມເປັນອັນຕະລາຍທີ່ສຸດ ແລະ ນັບມື້ນັບປີນຂັ້ນໄດ ແລະ ຄວນໄດ້ຮັບການສະກັດກັ້ນໃນທັນທີ່. ທ່ານ Vitaly Churkin ໄດ້ກ່າວເຕືອນວ່າ ການຕົກລົງຂອງອຳນາດການປົກຄອງກີແອບທີ່ຜັນຂະຫຍາຍກອງທັບໄປຍັງ ພາກຕາເວັນອອກ- ພາກໃຕ້ຂອງຢູ່ກແຣນ ເພື່ອຮັມມືກັບການແຫ່ຂະບວນປະທ້ວງ ຈະນຳມາເຊິ່ງຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງ ແລະ ເຮັດໃຫ້ສະພາບວິກິດການປີນຂັ້ນໄດ.