ສະຫະພັນ ອາຣັບ ຈັດກອງປະຊຸມສາກົນກ່ຽວກັບ Jerusalem

(VOVWORLD) - ໃນຖະແຫຼງການສະບັບໜຶ່ງ, ທ່ານ Diab Al-Louh ຢັ້ງຢືນວ່າ: ກະຊວງການຕ່າງປະເທດ ແລະ ປະຊາຊົນ ປາແລດສະຕິນ ອາໄສຢູ່ຕ່າງປະເທດໄດ້ເຊີນການນຳຂອງບັນດາປະເທດສະມາຊິກ AL ກໍ່ຄືເຈົ້າໜ້າທີ່ບາງທ່ານ...
ສະຫະພັນ ອາຣັບ ຈັດກອງປະຊຸມສາກົນກ່ຽວກັບ Jerusalem - ảnh 1ກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອນ ລາດຕາເວນຢູ່ໂບດ Al Aqsa, Jerusalem
(ພາບ:AFP/TTXVN)

ວັນທີ 5 ກຸມພາ, ທ່ານ Diab Al-Louh, ເອກອັກຄະລັດຖະທູດ ປາແລດສະຕິນ ປະຈຳ ອິຢິບ ທັງເປັນຜູ້ຕາງໜ້າຂອງປະເທດນີ້ ປະຈຳ ສະຫະພັນ ອາຣັບ  (AL) ໃຫ້ຮູ້ວ່າ: AL ກຽມຈັດກອງປະຊຸມສາກົນກ່ຽວກັບ Jerusalem ທີ່ສຳນັກງານຂອງອົງການນີ້ຢູ່ນະຄອນຫຼວງ ກາຍໂຣ ຂອງ ປະເທດ ອີຢິບ ແລະ ທ່ານປະທານາທິບໍດີ ປາແລດສະຕິນ Mahmoud Abbas ຈະເຂົ້າຮ່ວມ.

        ໃນຖະແຫຼງການສະບັບໜຶ່ງ, ທ່ານ Diab Al-Louh ຢັ້ງຢືນວ່າ: ກະຊວງການຕ່າງປະເທດ ແລະ ປະຊາຊົນ ປາແລດສະຕິນ ອາໄສຢູ່ຕ່າງປະເທດໄດ້ເຊີນການນຳຂອງບັນດາປະເທດສະມາຊິກ AL ກໍ່ຄືເຈົ້າໜ້າທີ່ບາງທ່ານ ແລະ ຜູ້ຕາງໜ້າຂອງບັນດາອົງການສາກົນ, ກອງທຶນ ອາຣັບ, ບັນດາອົງການສັງຄົມພົນລະເຮືອນພ້ອມກັບບາງອົງການຕາງໜ້າການທູດບັນດາປະເທດປະຈຳ ກາຍໂຣ ເຂົ້າຮ່ວມເຫດການດັ່ງກ່າວ.

        ຄາດວ່າ, ກອງປະຊຸມຈະຈັດຂຶ້ນໃນວັນທີ 12 ກຸມພາ, ເພື່ອຈຸດປະສົງເປັນເອກະພາບທາງດ້ານຫຼັກໝັ້ນຂອງຊາວ ອາຣັບ ໃນການຮັບມືກັບບັນດາການເຄື່ອນໄຫວຂອງຝ່າຍ ອິດສະຣາແອນ ທີ່ກ່ຽວຂ້ອງເຖິງ Jerusalem.

ຕອບກັບ

ຂ່າວ/ບົດ​ອື່ນ