ສະຫະພາບເອີລົບແລະແບນຊິກໃຫ້ຄຳໝັ້ນສັນຍາຊຸກຍູ້ EVFTA ກັບຫວຽດນາມ

(VOVWORLD) -ຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດຫວຽດນາມ ໂດຍທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງພັກນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກແບນຊິກ ໃນລະຫວ່າງວັນທີ 30 – 31 ພຶດສະພາ.

ໃນການຢ້ຽມຢາມແບນຊິກ ແລະ ສະຫະພາບເອີລົບ, ທ່ານ ຫງວຽນວັນບິ່ງ ໄດ້ມີການພົບປະເຈລະຈາກັບທ່ານ Jyrki Katainen, ຮອງປະທານຄະນະກຳມະການເອີລົບ, ທ່ານ Alexander De Croo, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງຮ່ວມມືພັດທະນາແບນຊິກ, ທ່ານ Steven Vanackere, ອະດີດຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດແບນຊິກ ແລະ ທ່ານນາງ Marie Christine Marghem, ລັດຖະມົນຕີກະຊວງພະລັງງານ - ສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງແບນຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ