ຮູບພາບຮ່າໂນ້ຍໃນຊຸມວັນທົ່ວປະເທດທຳການຕໍ່ຕ້ານ
(ພາບ: ຫໍພິພິທະພັນປະຫວັດສາດຫວຽດນາມ)
|
Vovworld- ຕອນເຊົ້າວັນທີ 21/12, ຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອ ຊາດ ເບັ້ນເຢືອກ ຕາແສງ ຟູ້ມີ້ຮືງ ເມືອງ ກູຈີ ນະຄອນໂຮ່ຈິມິນ ໄດ້ດຳເນີນພິທີສະເຫຼີມສະຫຼອງ 66 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ(19/12), 52ປີແຫ່ງວັນສ້າງຕັ້ງແນວໂຮມແຫ່ງຊາດປົດປ່ອຍພາກໃຕ້ຫວຽດນາມ ( 20/12), 68 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 23 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ(22/12) . ວັນທົ່ວປະເທດທຳການຕໍ່ຕ້ານ, ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ ວັນປ້ອງກັນຊາດທົ່ວປວງຊົນ ແມ່ນບັນດາເຫດການຊຶ່ງເປັນຂີດໝາຍບາດກ້າວພັດທະນາຢ່າງກະໂດດຂັ້ນຂອງການປະຕິວັດຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນໃຫຍ່ຫຼວງຂອງໜ້າທີ່ປະຕິວັດປົດປ່ອຍຊາດ. ກ່າວຄຳເຫັນນະທີ່ນີ້, ທ່ານ ເຢືອງກວາງຮ່າ ປະທານຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈິມິນໃຫ້ຮູ້ວ່າ :
“ ໃນວັນນີ້, ຊາດຫວຽດນາມໄດ້ກ້າວສູ່ໄລຍະປະຫວັດສາດໃໝ່, ໄລຍະປະຕິບັດກິດຈະການປ່ຽນແປງໃໝ່, ປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ພ້ອມທັງສ້າງສາ ແລະ ປົກປັກຮັກສາປະເທດຊາດດ້ວຍຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ ແລະ ສີວິໄລຕາມການກຳນົດທິດສັງຄົມນິຍົມ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ກາລະໂອກາດໃໝ່ແມ່ນມີຫຼາຍ, ແຕ່ສິ່ງທ້າທາຍກໍບໍ່ແມ່ນໜ້ອຍ, ພວກເຮົາບໍ່ຄວນເລີນເລີ້ຕໍ່ໜ້າທີ່ປົກປັກຮັກສາປະເທດຊາດ. ສິ່ງທ້າທາຍອັນໃຫຍ່ຫຼວງທີ່ທ່ວງໃຫ້ປະຊາຊົນຕ້ອງເພີ່ມທະວີຄວາມສາມັກຄີ, ທັງປະເທດຕ້ອງເປັນນ້ຳໜຶ່ງໃຈດຽວ, ເສີມຂະຫຍາຍນ້ຳໃຈຮັກຊາດ, ທົ່ວປະເທດທຳການຕໍ່ຕ້ານ, ນ້ຳໃຈປົດປ່ອຍພາກໃຕ້, ພະຍາຍາມເຮັດສຳເລັດທຸກໆພາລະໜ້າທີ່, ຜ່ານຜ່າຄວາມຫຍຸ້ງຍາກ, ທັງໝົດເຫຼົ່ານັ້ນຈຶ່ງສາມາດນຳປະເທດຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທິດທັນສະໄໝໄດ້ຢ່າງວ່ອງໄວ ”