ສະເຫຼີມສະຫຼອງວັນຄອບຄົວຫວຽດນາມ 28 ມິຖຸນາ: ຮ່ວມແຮງຮ່ວມໃຈສ້າງຄອບຄົວໃຫ້ມີຄວາມຜາສຸກ

(VOVWORLD) -ວັນທີ 26 ມິຖຸນາ, ຢູ່ເກິນເທີ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວເກິນເທີ ໄດ້ຈັດພິທີສະເຫຼີມສະຫຼອງ 17 ປີແຫ່ງວັນຄອບຄົວຫວຽດນາມ (28 ມິຖຸນາ 2001 – 28 ມິຖຸນາ 2018) ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດິງາມຂອງຄອບຄົວຫວຽດນາມ.

ສະເຫຼີມສະຫຼອງວັນຄອບຄົວຫວຽດນາມ 28 ມິຖຸນາ: ຮ່ວມແຮງຮ່ວມໃຈສ້າງຄອບຄົວໃຫ້ມີຄວາມຜາສຸກ - ảnh 1 ຮ່ວມແຮງຮ່ວມໃຈສ້າງຄອບຄົວໃຫ້ມີຄວາມຜາສຸກ

(ພາບ: Báo Long An)

ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວໄດ້ພ້ອມກັນພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການສ້າງຄອບຄົວວັດທະນະທຳ, ມຸ່ງໄປເຖິງການພັດທະນາແບບຍືນຍົງຂອງຄອບຄົວໃນໄລຍະຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.

      ແລະກໍ່ໃນວັນດຽວກັນ, ຄະນະກຳມະການປະຊາຊົນແຂວງ ລອງອານ ໄດ້ຈັດພິທີສະຫຼຸບ 10 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ຈັດການພົບປະສ້າງສັນ, ຍ້ອງຍໍຄອບຄົວວັດທະນະທຳດີເດັ່ນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ