ສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດ ປະທານ Ton Duc Thang
ພາບປະກອບ
(vovworld) – ວັນທີ 17/8, ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຂຶ້ນພິທີສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດຂອງປະທານ Ton Duc Thang (20/8/1888 – 20/8/2012). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ Nguyen Huy Can, ປະທານສະຫະພັນແຮງງານນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ຊີວິດ ແລະ ພາລະກິດຂອງປະທານ Ton Duc Thang ແມ່ນແບບຢ່າງທີ່ໂປ່ງໃສ, ເພື່ອໃຫ້ລຸ້ນລູກລຸ້ນຫຼານປະຕິບັດຕາມ. ໂດຍສືບທອດພາລະກິດຂອງປະທານ Ton Duc Thang, ກຳມະກອນຜູ້ອອກແຮງງານນະຄອນ ໂຮ່ຈີມິນ ພວມມານະພະຍາຍາມຝຶກຝົນຫຼໍ່ຫຼອມວີຊາຊີບ, ຍົກສູງລະດັບຄວາມຮູ້, ລະດັບການເມືອງ, ສູ້ຊົນບືນຕົວຂຶ້ນເພື່ອສົມກັບທີ່ຕັ້ງບົດບາດເປັນຊົນຊັ້ນກຳມະກອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງເຊິ່ງປະຫວັດສາດໄດ້ມອບໝາຍໃຫ້ຊົນຊັ້ນກຳມະກອນ. ເນື່ອງໃນໂອກາດນີ້, ຫໍພິພິຕະພັນ Ton Duc Thang ສົມທົບກັບຄະນະຄຸ້ມຄອງປູຊະນີຍະສະຖານ Con Dao ໄດ້ໄຂງານວາງສະແດງທີ່ມີຫົວຂໍ້ວ່າ “ຄຸກ Con Dao ໄລຍະ 1930 - 1945”. ງານວາງສະແດງໄດ້ແນະນຳ 130 ວັດຖຸພັນ, ຮູບພາບທີ່ສະແດງໃຫ້ເຫັນການຕໍ່ສູ້ອົງອາດກ້າຫານຂອງບັນດານັກຮົບປະຕິວັດ ຂອງຊາດເຮົາພາຍໃຕ້ການປົກຄອງຂອງສັດຕູຜູ້ຮຸກຮານ.