ສະເຫຼີມສະຫຼອງ 37 ປີແຫ່ງວັນໝູ່ເກາະ ເຈືອງຊາ ໄດ້ຮັບການປົດປ່ອຍ

ສະເຫຼີມສະຫຼອງ 37 ປີແຫ່ງວັນໝູ່ເກາະ ເຈືອງຊາ ໄດ້ຮັບການປົດປ່ອຍ - ảnh 1
ເກາະ ຊອງ​ຕີືໄຕ - ​ເມືອງ​ເກາະເຈືອງ​ຊາ - ​ແຂວງ​ແຄ໋ງຮ່ວາແຫ່ງສ.ສ ຫວຽດນາມ
(ພາບ:vietnames.com)

Vovworld- ຕອນ​ບ່າຍວັນ​ທີ 7/4 ຢູ່​ຕາ​ແສງ​ເກາະ ຊອງ​ຕີືໄຕ - ​ເມືອງ​ເກາະ ​ເຈືອງ​ຊາທີ່​ຂຶ້ນ​ກັບ​ແຂວງ ​ແຄ໋ງຮ່ວາ, ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນ​ໝູ່​ເກາະ ​ເຈືອງ​ຊາ ​ໄດ້​ຮັບ​ການ​ປົດ​ປ່ອຍ( 29/4/1975 – 29/4/2012). ກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເຫຼີ​ມສະຫຼອງ, ທ່ານ​ພົນ​ຕີ ດາວ​ຢຸຍມິນ ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ​ໄດ້​ຢືນຢັນ​ວ່າ ບັນດາ​ໄຊຊະນະ​ທີ່​ພາ​ໄປ​ເຖິງ​ການ​ປົດ​ປ່ອຍໝູ່ເກາະ ​ເຈືອງ​ຊາ ອີກ​ເທື່ອ​ໜຶ່ງ​ໄດ້​ເປັນ​ການ​ຢັ້ງ​ຢືນການ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ກໍ​ຄື​ຄວາມ​ສາມາດ​ສູ້​ຮົບ​ບົນ​ທະ​ເລ, ໝູ່ເກາະຂອງ​ກອງທັບ​ເຮືອ​ຫວຽດນາມ. ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລໝູ່ເກາະຂອງ​ປະ​ເທດ​ຊາດ​, ​ໃນ​ນັ້ນ​ມີ​ອະທິປະ​ໄຕໝູ່ເກາະ ​ເຈືອງ​ຊາ ​ເວົ້າສະ​ເພາະ ​ໃນ​ໄລຍະ​ປະຈຸ​ບັນ ​ແມ່ນ​ໜັກໜ່ວງ​ທີ່​ສຸດ ​ແຕ່​ມີ​ຄວາມ​ສະຫງ່າ​ລາສີ. ​ໃນ​ນັ້ນ​ຕ້ອງ​ສຸມ​ທຸກ​ຄວາມ​ມານະ​ພະຍາຍາມ​ເພື່ອປົກ​ປັກ​ຮັກສາ​ອະທິປະ​​ໄຕ​ເຂດ​ທະ​ເລ, ໝູ່ເກາະ, ​ໄຫຼ່​ທະວີ​ບຂອງ​ປະ​ເທດ​ຊາດ, ​ແກ້​ໄຂ​ທຸກໆ​ສະພາວ​ະການ​ຢ່າງ​ມີ​ປະສິດທິ​ຜົນ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.
ຂ່າວ/ບົດ​ອື່ນ