ສະ​ເຫຼີມ​ສະຫຼອງ 65 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ມົງ​ໂກ​ນ

(VOVWORLD) - ພິທີສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ມົງໂກນ (17 ພະຈິກ 1954 – 17 ພະຈິກ 2019) ໂດຍສະຖານທູດ ມົງໂກນ ປະຈຳ ຫວຽດນາມ ສົມທົບກັບ ສະມາຄົມມິດຕະພາບ ຫວຽດນາມ - ມົງໂກນ (ສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ) ຈັດຕັ້ງໃນຕອນຄ່ຳວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ.
ສະ​ເຫຼີມ​ສະຫຼອງ 65 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ມົງ​ໂກ​ນ - ảnh 1ທ່ານ Bilegdorj Dash ເອກອັກຄະລັດຖະທູດ ມົງໂກລີປະຈຳ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN) 

ກ່ວາຄຳເຫັນທີ່ພິທີ, ທ່ານ ໂຮ່ຊວັນຮູ່ງ ປະທານສະມາຄົມມິດຕະພາບ ຫວຽດນາມ - ມົງໂກນ ໄດ້ກ່າວບັນດາຈຸດພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ມົງໂກນ ໃນຊຸມປີທີ່ີຜ່ານມາ, ສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບຮ່ວມມືລະຫວ່າງ ຫວຽດນາມ - ມົງໂກນ ຈະພັດທະນານັບມື້ນັບສວຍງາມ, ເໝາະສົມກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ສອງປະເທດ.

ສ່ວນທ່ານ Bilegdorj Dash ເອກອັກຄະລັດຖະທູດ ມົງໂກນປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມແມ່ນຄູ່ຮ່ວມມືຕົ້ນຕໍຂອງ ມົງໂກນຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ກໍ່ແມ່ນຂົວເຊື່ອມຕໍ່ຂອງ ມົງໂກນກັບ ອາຊຽນ. ທ່ານ ເອກອັກຄະລັກຖະທູດໄດ້ຢັ້ງຢືນວ່າໃນອະນາຄົດ, ການພົວພັນລະຫວ່າງ ມົງໂກນ - ຫວຽດນາມ ຈະສືບຕໍ່ພັດທະນາ ແລະ ເປີດກ້ວາງ, ພິເສດແມ່ນໃນຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ.

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ຫວຽດນາມ - ມົງໂກນ ໄດ້ຈັດຕັ້ງງານວາງສະແດງຮູບພາບ ລວມມີ ຮູບພາບ 60 ແຜ່ນທີ່ແນະນຳກ່ຽວກັບປະເທດຊາດ ຊາວ ມົງໂກນ ແລະ ປະຫວັດສາດຂອງການພົວພັນທາງການທູດລະຫວ່າງ ສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ