ສະເຫຼີມສະຫຼອງ 66 ປີ ແຫ່ງວັນປະກາດເອກະ ລາດປະເທດ ສ.ອິນເດຍ

ສະເຫຼີມສະຫຼອງ 66 ປີ ແຫ່ງວັນປະກາດເອກະ ລາດປະເທດ ສ.ອິນເດຍ - ảnh 1
ທຸງຊາດ​ອິນ​ເດຍ

(ພາບ:vi.wikipedia.org)

(vovworld)-  ​ຕອນຄ່ຳວັນ​ທີ 15/8, ຢູ່​ຮ່​າໂນ້ຍ,​ ສະຖານທູດ​ອິນ​ເດຍ ປະຈຳ​ຫວຽດນາມ ​ໄດ້​ຈັດ​ພິທີສະ​​ເຫຼີມສະຫຼອງ 66 ປີ​ແຫ່ງວັນ​ ສ.ອິນ​ເດຍ ປະກາດ​ເອກະລາດ​(15/8/1947-15/8/2013). ທີ່​ພິທີ, ທ່ານ​ຮ່າ​ກີ​ມຫງອກ, ຮອງ​ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດ​ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ ​ແລ​ະ ປຊຊ ຫວຽດນາມ ຝາກ​ຄຳ​ອວຍພອນ​ອັນ​ປະ​ເສີມ​ທີ່​ສຸດ​ມາ​ຍັງ ປຊຊ ອິນ​ເດຍ ​ທຸກ​ທົ່ວ​ໜ້າ ພ້ອມ​ທັງ​ເນັ້ນໜັກ​ວ່າ: ​ໃນ 66 ປີຜ່ານມາ, ດ້ວຍ​ຈິດ​ໃຈ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ອິນ​ເດຍ ບັນລຸ​​ໄດ້​ບັນດາຜົນງານ​ໃນຫຼາຍຂົງ​ເຂດ. ຕາມ​ທ່ານຮອງ​ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດ​ຫວຽດນາມ ​ແລ້ວ, ປະຈຸ​ບັນ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທ​ດພວມນັບ​ມື້​ນັບ​ໄດ້​ພັດທະນາຢ່າງ​ແຮງ​ໃນ​ທຸກໆ​ຂົງ​ເຂດ. ​ໃນ​ຂະນະ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ອິນ​ເດຍ ປະຈຳ​ຫວຽດນາມ Ranjit Rae ​ໄດ້ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ຫວຽດນາມ-​ອິນ​ເດຍ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ບັນລຸ​​ຫຼາຍ​ຜົນງານ​ອັນ​ໃຫ່ຍຫຼວງ​ກ່ວາ​ອີ​ກ, ຕອບ​ສະໜ​ອງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ຂອງສອງ​ຊາດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

 

 

ຂ່າວ/ບົດ​ອື່ນ