ພາບປະກອບ
|
(vovworld) - ຕອນເຊົ້າວັນທີ 12/5, ຢູ່ ຮ່າໂນ້ຍ, ສະພາກອງເຍົາວະຊົນ, ອະນຸຊົນສູນກາງໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນ, ອະນຸຊົນປະຈັນບານ ໂຮ່ຈີມິນ (15/5/1941 – 15/5/2015). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ອ້າຍ ຫງວຽນລອງຫາຍ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ, ປະທານສະພາກອງເຍົາວະຊົນ, ອະນຸຊົນສູນກາງ ໃຫ້ຮູ້ວ່າ: ໃນຊຸມວັນທຳອິດໄດ້ຮັບການສ້າງຕັ້ງມີສະມາຊິກພຽງ 5 ຄົນ, ມາຮອດປະຈຸບັນກອງເຍົາວະຊົນ, ອະນຸຊົນລວມໄດ້ມີສະມາຊິກ 12 ລ້ານຄົນ ພວມດຳເນີນຊີວິດໃນ 26.000 ກອງໃນທົ່ວປະເທດແຕ່ເໜືອຮອດໃຕ້. ອ້າຍ ຫງວຽນລອງຫາຍ ຢັ້ງຢືນວ່າ: ການປ່ຽນໃໝ່, ມີຫົວຄິດປະດິດສ້າງໃນບັນດາຂະບວນການ, ວຽກງານຂອງກອງເຍົາວະຊົນ, ອະນຸຊົນໃນໄລຍະຜ່ານມາພວມຄ່ອຍໆກ້າວເຂົ້າສູ່ລວງເລິກທັງດ້ານເນື້ອໃນ ແລະ ຮູບແບບ, ສ້າງການແຜ່ຂະຫຍາຍຢ່າງແຮງ, ດຶງດູດເຍົາວະຊົນ, ອະນຸຊົນເຂົ້າຮ່ວມເປັນຈຳນວນຫຼາຍ. ເນື່ອງໃນໂອກາດນີ້, ສະມາຊິກ, ຜູ້ບັນຊາ ກອງເຍົາວະຊົນ, ອະນຸຊົນທີ່ດີເດັ່ນໃນວຽກງານຂອງກອງເຍົາວະຊົນ, ອະນຸຊົນ ກໍ່ຄືໃນການຮ່ຳຮຽນ 10 ຄົນ ໄດ້ຮັບ ລາງວັນ ກິມດົ່ງ ຈາກສະພາກອງເຍົາວະຊົນ, ອະນຸຊົນສູນກາງ.