ສະ​ເໜີ​ສະ​ຫະ​ພ​າບ ເອີ​ລົບ​ພິ​ຈາ​ລະ​ນະ​ອ​ຸ​ປະ​ຖຳ​ສາງແຊ່​ເຢັນ​ອັດ​ສະ​ລິ​ຍະ 5 ແຫ່ງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາ​ມ

(VOVWORLD) -ປັດຈຸບັນ, ເຂດທາງທິດຕາເວັນອອກພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີລະບົບສາງແຊ່ເຢັນຂະໜາດໜ້ອຍ, ຕອບສະໜອງໄດ້ປະມານ 30% ຄວາມຕ້ອງການຂອງຕະຫຼາດ.
ສະ​ເໜີ​ສະ​ຫະ​ພ​າບ ເອີ​ລົບ​ພິ​ຈາ​ລະ​ນະ​ອ​ຸ​ປະ​ຖຳ​ສາງແຊ່​ເຢັນ​ອັດ​ສະ​ລິ​ຍະ 5 ແຫ່ງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາ​ມ - ảnh 1ພາບປະກອບ: TTXVN

ວັນທີ 1 ກໍລະກົດ, ຢູ່ເກິ່ນເທີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມໄດ້ຈັດກຸ່ມປຶກສາຫາລືກ່ຽວກັບຮ່າງ ຄົ້ນຄ້ວາພັດທະນາລະບົບ Logistics ແຊ່ເຢັນອັດສະລິຍະ ເພື່ອຮັບໃຊ້ການສົ່ງອອກຜັກໝາກໄມ້ ຂອງຫວຽດນາມ ໄປຍັງຕະຫຼາດສະຫະພັນເອີລົບ (EU) ແລະ ພາກ ຕາເວັນອອກກາງ” ໂດຍ EU ອຸປະຖຳ. ປັດຈຸບັນ, ເຂດທາງທິດຕາເວັນອອກພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີລະບົບສາງແຊ່ເຢັນຂະໜາດໜ້ອຍ, ຕອບສະໜອງໄດ້ປະມານ 30% ຄວາມຕ້ອງການຂອງຕະຫຼາດ. ຕາມບັນດານັກຊ່ຽວຊານແລ້ວ, ມີ 14 ສະຖານທີ່ມີຄວາມສາມາດບົ່ມຊ້ອນໃນບໍລິເວນ 6 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ສາມາດສ້າງສາງແຊ່ເຢັນອັດສະລິຍະໄດ້. ໃນນັ້ນ, ສະເໜີໃຫ້ EU ອຸປະຖຳການກໍ່ສ້າງສາງແຊ່ເຢັນອັດສະລິຍະ 5 ແຫ່ງ ຢູ່ເກິ່ນເທີ, ດົ່ງທາບ, ເຮົ້າຢາງ, ຈ່າວິງ ແລະ ວິງລອງ. ເປົ້າໝາຍຮອດປີ 2030, ຈະກໍ່ສ້າງສາງແຊ່ເຢັນອັດສະລິຍະໃຫ້ໄດ້ປະມານ 100 ຫາ 200 ແຫ່ງ ຢູ່ຕາມເຂດ, ພາກຕ່າງໆ ເພື່ອຕອບສະໜັງຄວາມຮຽກຮ້ອງຕ້ອງການໃນການເກັບຮັກສາຜັກໝາກໄມ້ ຮັບໃຊ້ແກ່ການສົ່ງອອກໄປຍັງເອີລົບ, ພາກ ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ