ສ້າງແຜນຮ່າງພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ,ສື່ສານຫວຽດນາມສຳເລັດຜົນ

ສ້າງແຜນຮ່າງພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ,ສື່ສານຫວຽດນາມສຳເລັດຜົນ - ảnh 1
ແຜນ​ຮ່າງ​ພັດທະນາ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ສື່ສານ ໄດ້ຮັບການເສີມຂະຫຍາຍຢູ່ ດ່ານັ້ງ
(ພາບ: PV)


(vovworld) – ສິ້ນ​ສຸດ​ປີ 2013, ​ແຜນ​ຮ່າງ​ພັດທະນາ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ສື່ສານ ຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລັດ ພາຍ​ຫຼັງ 7 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ຢູ່​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ​ເພື່ອກຽມພ້ອມ​ໃຫ້​​ແກ່​ການ​ຜັນ​ຂະຫຍາຍ​ລັດຖະບານ​ເອ​ເລັກ​ໂຕ​ນິກຢູ່ ຫວຽດນາມ.

        ທ່ານ ຫງວຽນ​ເທ໋ຢູ້ງ, ພະນັກງານ​ທະນາຄານ​ໂລກ, ​ເປັນ​ຫົວໜ້າ​ຮ່ວມ​ແຜນ​ຮ່າງ​ພັດທະນາ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ສື່ສານ ຢູ່ ຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຕາມ​ການ​ຕີ​ລາຄາ​ຂອງ​ພວກ​ຂ້າພະ​ເຈົ້າ​ແລ້ວ, ​ແຜນ​ຮ່າງ​ພັດທະນາ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ, ສື່ສານ ຢູ່ ຫວຽດນາມ​ ແມ່ນ​ແຜນ​ຮ່າງ​ສຳ​ເລັດ​ຜົນ. ກ່ອນ​ອື່ນ​ໝົດ, ມັນ​ໄດ້​ສ້າງພື້ນຖານ​ໂຄງ​ລ່າງ​ກ່ຽວ​ກັບ​ນະ​ໂຍບາຍ, ກ່ຽວ​ກັບ​ແຫຼ່ງຊັບພະຍາກອນມະນຸດ​ກໍ່​ຄື​ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ, ຊ່ວຍ​ໃຫ້ ຫວຽດນາມ ຊຸກຍູ້​ການນຳ​ໃຊ້​ລັດຖະບານ​ເອ​ເລັກ​ໂຕ​ນິກ. ຄຽງ​ຄູ່​ກັນ​ນັ້ນ, ມັນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຊຸກຍູ້​ການນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ໃນ​ຂົງ​ເຂດ​ເອກະ​ຊົນ.”


ຂ່າວ/ບົດ​ອື່ນ