ສ.ເກົາຫຼີຮັດແການປ້ອງກັນໜ້ນຄວາມສະຫງົບກ່ອນການຢ້ຽມຢາມຂອງປະທານາທິບໍດີອາເມລິກາ

(VOVWORLD) -ການປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີຢູ່ນະຄອນຫຼວງເຊີອຸນ ຂອງສ.ເກົາຫຼີ ເພື່ອແນໃສ່ຮັບປະກັນຄວາມປອດໄພຢ່າງດີທີ່ສຸດສຳລັບການຢ້ຽມຢາມປະເທດນີ້ຂອງທ່ານປະທານາທິບໍດີອາເມລິກາ Donald Trump.
ສ.ເກົາຫຼີຮັດແການປ້ອງກັນໜ້ນຄວາມສະຫງົບກ່ອນການຢ້ຽມຢາມຂອງປະທານາທິບໍດີອາເມລິກາ - ảnh 1(ພາບປະກອບ: Yonhap)

ໃນຖະແຫຼງການໃນວັນທີ 06 ພະຈິກ, ທ່ານລັດຖະມົນຕີກະຊວງພາຍໃນສ.ເກົາຫຼີ Kim Boo kyum ແຈ້ງໃຫ້ຊາບວ່າ, ນອກຈາກບັນດາມາດຕະການປ້ອງກັນຄວາມສະຫງົບທົ່ວໄປແລ້ວ, ບັນດາເຈົ້າໜ້າທີ່ຈະມີມາດຕະການທີ່ແຂງແກ່ນຕໍ່ບັນດາການເດີນຂະບວນທີ່ມີລັກສະນະຍຸແຍ່ໃນຈຸດເວລານີ້. ທ່ານຢືນຢັນວ່າ, ລັດຖະບານສ.ເກົາຫຼີ ພ້ອມແລ້ວຈະມີປະຕິກິລິຍາຕໍ່ທຸກໆສະພາບການ ແລະ ກຳລັງຕຳຫຼວດຖືກຈັດວາງໃນສະພາບເຕືອນໄພສູງສຸດ.

        ອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ ແຈ້ງໃຫ້ຊາບວ່າ, ຈະອອກຄຳສັ່ງໃຫ້ກຳລັງຕຳຫຼວດທັງໝົດຢູ່ນະຄອນຫຼວງເຊີອຸນ ຮັກສາສະພາບກຽມພ້ອມຢູ່ໃນລະດັບສູງສຸດແຕ່ວັນທີ 07 ຮອດວັນທີ 08 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ