ຫັນກະສິກຳເປັນດີຈີຕອນ ຕ້ອນຕິດພັນກັບລະບົບມູນຄ່າຂະແໜງສິນຄ້າ

(VOVWORLD) -ການຫັນກະສິກຳເປັນດີຈີຕອນ ຕ້ອງຮັບໃຊ້ເປົ້າໝາຍສ້າງເປັນມູນຄ່າໃຫ້ບັນດາຂົງເຂດຂອງຂະແໜງກະສິກຳ.
ຫັນກະສິກຳເປັນດີຈີຕອນ ຕ້ອນຕິດພັນກັບລະບົບມູນຄ່າຂະແໜງສິນຄ້າ - ảnh 1(ທີ່ກອງປະຊຸມ)

        ຫັນກະສິກຳເປັນດີຈີຕອນ ສືບຕໍ່ມີການຫັນປ່ຽນຢ່າງແຮງ ດ້ວຍເລື່ອງຫັນບັນດາແຜນຮ່າງ, ແຜນການເປັນດີຈີຕອນຈາກຝ່າຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາທ້ອງຖິ່ນໃຫ້ລະອຽດ. ນີ້ແມ່ນຂໍ້ສັງເກດໄດ້ຍົກອອກມາທີ່ກອງປະຊຸມຄະນະຊີ້ນຳການຫັນຂົງເຂດກະສິກຳເປັນດີຈີຕອນ, ຈັດຂຶ້ນໃນຕອນເຊົ້າວັນທີ 20 ກຸມພາ. ເຫດການໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຂຶ້ນ.

        ທ່ານ ຫງວຽນຕຸງຟອງ, ຫົວໜ້າກົມຊົນລະປະທານ, ເນັ້ນໜັກວ່າ ການຫັນກະສິກຳເປັນດີຈີຕອນ ຕ້ອງຮັບໃຊ້ເປົ້າໝາຍສ້າງເປັນມູນຄ່າໃຫ້ບັນດາຂົງເຂດຂອງຂະແໜງກະສິກຳ.

        “ວິທີສຳພັດໃນການຫັນກະສິກຳເປັນດີຈີຕອນ ຕ້ອງຕິດພັນກັບລະບົບມູນຄ່າຂະແໜງສິນຄ້າ. ສະເໜີສ້າງໂຄງສ້າງລວມຮາກຖານຂໍ້ມູນຂອງຂະແໜງກະສິກຳ, ມີເທົາໃດເຮັດເທົ່ານັ້ນ ບໍ່ຕ້ອງເຮັດໃນພາບດຽວ. ລະບົບມູນຄ່າຂອງ 2 ຂະແໜງແມ່ນ ການລ້ຽງສັດ ແລະ ກະສິກຳແມ່ນ 2 ຂະແໜງສິນຄ້າໃຫຍ່, ພວກເຮົາທົດລອງຂົງເຂດໜຶ່ງເພື່ອຕີລາຄາກ່ອນ. ຄຽງຂ້າງນັ້ນ, ສ້າງຮາກຖານຂໍ້ມູນນຳໃຊ້ລວມ, ຄື: ຮັບໃຊ້ໃຫ້ກະສິກຳ, ຊົນລະປະທານ, ການປ້ອງກັນ ຕ້ານໄພທຳມະຊາດ… ບັນດາຕົວເລກນີ້ຂອງທຸກຂະແໜງລ້ວນແຕ່ນຳໃຊ້, ສະນັ້ນໂຄງສ້າງຮາກຖານທີ່ສ້າງຂຶ້ນໃນອະນາຄົດຕ້ອງແມ່ນຄືແນວໃດ ເພື່ອເຊື່ອມຕໍ່ບັນດາຂະແໜງການເຊິ່ງກັນ ແລະ ກັນ.”

ຕອບກັບ

ຂ່າວ/ບົດ​ອື່ນ