ຫວຽດນາມຍັງຄົງພັດທະນາເສດຖະກິດມະຫາພາກເປັນປົກກະຕິ

ຫວຽດນາມຍັງຄົງພັດທະນາເສດຖະກິດມະຫາພາກເປັນປົກກະຕິ - ảnh 1
(ພາບປະກອບ)
(vovworld) – ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງຫົວໜ້າ​ຄະນະ​ຊ່ຽວຊານ​ເສດຖະກິດ ທະນາຄານ​ໂລກ Sandeep Mahajan ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ພັດທະນາເສດຖະກິດຫວຽດນາມ​ ປີ 2013 ​ເຊິ່ງປະກາດ​ໃນ​ຕອນ​ບ່າຍ​ວັນ​ທີ 2/12 ຢູ່​ຮ່າ​ໂນ້ຍ. ທ່ານ Sandeep Mahajan ​ໃຫ້​ຮູ້ວ່າ ປີ 2013, ​ເສດຖະກິດ​ຫວຽດນາມ ມີ​ສັນຍານ​ດີ​ພໍ​ສົມຄວນ, ລະດັບເຕີບ​ໂຕ ຈີ​ດີ​ພີ ​ເປັນ​ປົກກະຕິ. ມີ​ນັກ​ລົງທຶນ​ໄລຍະ​ຍາວ​ຂອງ​ຫຼາຍ​ປະ​ເທດ ​ຍັງ​ຄົງ​ປະ​ເອີ​ບ​ໃຈ​ຕໍ່​ລະດັບ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ. ທະນາຄານ​ໂລກ​ສະ​ເໜີ​ວ່າ ​ເພື່ອ​ສືບ​ຕໍ່​ຮັກສາ​ລະດັບ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ ກໍ່​ຄື​ຮັກສາ​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ​ໃນ​ໄລຍະ​ຍາວ, ລັດຖະບານ​ຫວຽດນາມ​ ຄວນ​ເອົາ​ໃຈ​ໃສ່​ເຖິງ 3 ​ເສົາ​ຄຳ້​ຕົ້ນຕໍ ​ແມ່ນ​ກຳລັງ​ແກ່ງ​ແຍ້​ງ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຮັດ​ແຄບ​ຊ່ອງ​ວ່າງ​ຄວາມທຸກ​ຍາກ, ອຶດ​ຫີ​ວ.
ຂ່າວ/ບົດ​ອື່ນ