ຫວຽດນາມຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ

ຫວຽດນາມຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ - ảnh 1
(ກອງ​ປ​ະ​ຊຸມ​ຖອດ​ຖອນ​ບົດ​ຮຽນໄລ​ຍະ 2 ປີທີ່​ຫວຽດ​ນ​າມ
ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ)

(vovworld) - ​​ ​​ ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​​ຮັກ​ສາ​ສັ​ນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ລັດ ແລະ ກອງ​ທັບ​ຫວຽດ​ນາມ, ສະ​ນັ້ນ, ບັນ​ດາ​ອົງ​ການ, ກົມ​ກອງ​ຕ້ອງ​ແກ​້​ໄຂ​ຄວາມ​ຫຍຸ້ງ​ຍາກ, ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກວ່າ​ອີກ. ພົນ​ໂທ ວໍ​ວັນ​ຕ໋ວນ, ຮອງ​ຫົວ​ໜ້າ​ເສ​ນ​າ​ທິ​ການ​ໃຫຍ່​ກອງ​ທັບປະ​ຊາ​ຊົນ​ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ກ່ຽວ​ກັບ​ເລື່ອງກອງ​ທັບ​ເຂົ້າ​ຮ່ວມກ​ານ​​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ ໄດ້​ເນັ້ນ​ໜັກ​ຄື​ແນວນັ້ນ ທີ່ກອງ​ປ​ະ​ຊຸມ​ຖອດ​ຖອນ​ບົດ​ຮຽນໄລ​ຍະ 2 ປີທີ່​ຫວຽດ​ນ​າມ ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ (2014 - 2016), ຖືກ​ດຳ​ເນີນໃນ​ວັນ​ທີ 18/08, ຢູ່​ຮ່າ​ໂນ້ຍ. ພົນ​ໂທ ວໍ​ວັນ​ຕ໋ວນ ສະ​ເໜີ​ສູນ​​ຮັກ​ສາ​ສັນ​ຕິ​ພາບຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ໃນ​ໄລ​ຍະ​ຈະ​ມາ​ເຖິງກວ່າ​ອີກ. ພົນ​ໂທ ວໍ​ວັນ​ຕ໋ວນ ເນັ້ນ​ໜ​ັກ​ວ່າ.

        “ຫວຽດ​ນາມ ໄດ້​ຈັດ​ສົ່ງ​ພະ​ນັກ​ງານ 12 ຄົນ, ໃນ​ນັ້ນ​ມີ 7 ຄົນ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ ແລະ ກັບ​ເມືອ​ປະ​ເທດຢ່າງ​ປອດ​ໄພ. ປະ​ຈຸ​ບັນ ຍັງ​ມີ 5 ຄົນ​ພວມ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່. ຫວຽດ​ນາມ ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ການ​ສົ່ງ​ບັນ​ດາ​ກົມ​ກອງ, ຊອກ​ຫາ​ບັນ​ດາ​ຮູບ​ແບບ​ບົນ​ຫຼັກ​ກ​ານ​ຂອງ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ຜັນ​ຂະ​ຫຍາຍຢູ່​ຂັ້ນ​ກົມ​ກອງ. ນີ້​ແມ່ນ​ໜ້າ​ທີ່​ໜັກ​ໜ່ວງໃນ​ທິດ​ທາງ​ຕໍ່​ໄປ​ຂອງ​ສູນ​ຮັກ​ສາ​ສັນ​ຕິ​ພາບ”.

ຂ່າວ/ບົດ​ອື່ນ