ຫວຽດນາມຖືກຈັດເຂົ້າ ໃນຈຳນວນ10 ປະເທດ ທີ່ມີເງິນຝາກມາຈາກຕ່າງປະເທດຫຼາຍທີ່ສຸດ

ຫວຽດນາມຖືກຈັດເຂົ້າ ໃນຈຳນວນ10 ປະເທດ ທີ່ມີເງິນຝາກມາຈາກຕ່າງປະເທດຫຼາຍທີ່ສຸດ - ảnh 1
(ພາບ:baomoi.com)

 ທະນາຄານ​ໂລກ​ໄດ້​ຈັດ ຫວຽດນາມ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ 10 ປະ​ເທດ ທີ່​ມີ​ເງິນ​​ຝາກ​ມາຈາກ​ຕ່າງປະ​ເທດ​ຫຼາຍ​ທີ່​ສຸດ​ຢູ່​ໃນ​ໂລກ. ປີ 2011, ຫວຽດນາມ​ມີ​ກວ່າ 9 ຕຶ້ USD ​ໂດຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຝາກ​ມາ​ລົງທຶນ​ດຳ​ເນີນ​ທຸລະ​ກິດ. ​ໃນ​ນັ້ນ, ນະຄອນ ​ໂຮ່ຈີ​ມິນ​ມີ ຈຳນວນ​ເງິນໂດຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຝາກ​ມາ​ຫຼາຍ​ທີ່​ສຸດ ກວມ​ປະມານ 60%. ວັນ​ທີ 7/1, ນະຄອນ ​ໂຮ່ຈີ​ມິນ​ຈະ​ຈັດ​ຕັ້ງ​ລາຍການ ”ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ - ​ເຊິ່ງ​ແມ່ນ​ຂົວ​ເຊື່ອມ​ຕໍ່​​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ” ​ເພື່ອ​ແນ​ໃສ່​ພົບ​ປະ​ແລກປ່ຽນ, ​ແບ່ງປັນ ​ແລະ​ຮຽກຮ້ອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເພີ່ມ​ທະວີ​ການ​ລົງທຶນ ​ເພື່ອ​ກໍ່ສ້າງ ​ແລະ​ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ