ຫວຽດ​ນາມ​ພ້ອ​ມ​ແລ້ວ​ທີ່​ຈະ​ແບ່ງ​ປັນບົດ​ຮ​ຽນ​ປະ​ສົບ​ການໃນ​ການປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ສ​ປ​ຊ

(VOVWORLD) -  ວັນທີ 17 ກໍລະກົດ, ທີ່ກອງປະຊຸມດ້ວຍຫົວຂໍ້ວ່າ “ເພີ່ມສິດ, ຮັບປະກັນຄວາມສະເໝີພາບ ແລະ ຮອບດ້ານໃຫ້ແກ່ປະຊາຊົນ” ຖືກດຳເນີນໃນລະຫວ່າງວັນທີ 15 – 19 ກໍລະກົດ ລວມມີ ກອງປະຊຸມຂັ້ນລັດຖະມົນຕີ ແລະ ເວທີປາໄສການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງ.
ຫວຽດ​ນາມ​ພ້ອ​ມ​ແລ້ວ​ທີ່​ຈະ​ແບ່ງ​ປັນບົດ​ຮ​ຽນ​ປະ​ສົບ​ການໃນ​ການປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ສ​ປ​ຊ - ảnh 1 ທ່ານ ຫງວຽນວັນຈຸງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ທ່ານ ຫງວຽນວັນຈຸງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະຫວຽດນາມໄດ້ແນະນຳກ່ຽວກັບບົດລາຍງານ: “ຫວຽດນາມ - ຄວາມຕ້ອງການໃນການໃຊ້ຈ່າຍເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs)” ໂດຍກອງທຶນເງິນຕາສາກົນ (IMF) ສົມທົບກັບ ຫວຽດນາມປະຕິບັດ. ໂດຍແມ່ນໜຶ່ງໃນຈຳນວນໜ້ອຍປະເທດໄດ້ປະຕິບັດບົດລາຍງານນີ້, ຫວຽດນາມ ກຳນົດງົບປະມານເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs)ໃຫ້ແກ່ 5 ຂົງເຂດຕົ້ນຕໍແມ່ນ: ການສຶກສາ, ສາທາລະນະສຸກ, ຄົມມະນາຄົມ, ຊົນນະບົດ, ໄຟຟ້າ, ນ້ຳປະປາ ຈົນຮອດປີ 2030 ແມ່ນປະມານ 108 ຕື້ USD. ໃນນັ້ນ, ພາກລັດພຽງແຕ່ຕອບສະໜອງໄດ້ 75,8 ຕື້ USDເທົ່ານັ້ນ, ແຫຼ່ງກຳລັງຍັງຂາດນັ້ນອາດຈະລະດົມຈາກພາກເອກະຊົນຜ່ານບັນດາຄູ່ຮ່ວມມືລະຫວ່າງ ພາກລັດ-ພາກ ເອກະຊົນ (PPP), ແຫຼ່ງທຶນ ODA ແລະ ບັນດາແຫຼ່ງການເງິນຕ່າງໆ.

ທ່ານ ຫງວຽນວັນຈຸງ ກໍ່ໄດ້ແລກປ່ຽນບັນດາເນື້ອໃນຂອງ ຫວຽດນາມພ້ອມແລ້ວທີ່ຈະແບ່ງປັນກັບບັນດາປະເທດຄື: ລະບົບຂໍ້ມູນກ່ຽວກັບການປະຕິບັດ ບັນດາ SDGs ແລະ ການຜັນຂະຫຍາຍບັນດາເປົ້າໝາຍນີ້ຢູ່ຂັ້ນທ້ອງຖິ່ນ. ຄາດວ່າໃນໄລຍະຈະມາເຖິງ, ນີ້ຈະແມ່ນຊ່ອງທາງການຮ່ວມມື ໃຕ້ - ໃຕ້ເຊິ່ງ ຫວຽດນາມ ອາດຈະປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາລວມຂອງພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ