ຫວຽດນາມສືບຕໍ່ສ້າງສະພາບແວດລ້ອມຢ່າງສະດວກແກ່ການດຶງດູດການລົງທຶນ

ຫວຽດນາມສືບຕໍ່ສ້າງສະພາບແວດລ້ອມຢ່າງສະດວກແກ່ການດຶງດູດການລົງທຶນ - ảnh 1
ກອງ​ປະຊຸມ​ສະຫລຸບ 25 ປີ​ແຫ່ງ​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​
ຈາກ​ຕ່າງປະ​ເທດ (FDI)
ພາບ:internet


(vovworld)-  ກອງ​ປະຊຸມ​ສະຫລຸບ 25 ປີ​ແຫ່ງ​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ຖືກ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 27/3.​ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ: ພຶດຕິ​ກຳ​ຕົວ​ຈິງ​ໃນ 25 ປີຜ່ານມາ​ໃຫ້​ເຫັນ​ວ່າ ການ​ດຶງ​ດູດ​ເງິນ​ລົງທຶນ​​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ແມ່ນ​ແຜນ​ນະ​ໂຍບາຍ​ອັນ​ຖືກ​ຕອ້ງ, ​ໄດ້​ປະກອບສ່ວນ​ປະຕິບັດ​ຫລາຍ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ສຳຄັນ​ຂອງ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃຫ້​ຮູ້​ວ່າ: ພັກ, ລັດ, ລັດຖະບານ ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃຫ້​ແຂງ​ແຮງ​ກວ່າ​ອີກ, ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ເພື່ອ​ດຶງ​ດູດ ​ແລະ ນຳ​ໃຊ້​ແຫ​ລ່ງ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ສືບ​ຕໍ່​ສ້າງ​ສຳ​ເລັດ​ກົນ​ໄກ​ການ​ຕະຫລາດ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ລະບົບ​ການ​ເງິນ, ທະນາຄານ. ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ດັ່ງກ່າວ​ເປັນ​ຢ່າງ​ດີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີວ່າ:

        “ກ່ອນ​ອື່ນ​ໝົດ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ​ເປັນ​ຕົ້ນ​ແມ່ນ​ລະບຽບ​ການ​ບໍລິຫານ. ທີ​ສອງ ຮີບ​​ເຮ່ັງ​ສ້າງ​ບັນດາ​ເອກະສານ​ນິຕິ​ກຳ​​ໃຫ້​ສົມບູນ​ແບບ, ສ້າງກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ລົງທຶນ​ຕາມ​ທິດ​ສະດວກ​ກວ່າ ​ແລະ ມີ​ລັກສະນະ​ແກ້​ງ​ແຍ່ງ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ພ້ອມ​ກັນ​ນັ້ນ ຕ້ອງ​ມີ​ນະ​ໂຍບາຍ​ບຸລິມະສິດ​ສູງ, ມີ​ຄວາມ​ດູດ​ດື່ມ​ຢ່າງ​ພຽງພໍ​ສຳລັບພື້ນຖານ​ໂຄງ​ລ່າງເສດຖະກິດ​ສັງຄົມ​ທີ່​ມີ​ຂອບ​ຂະຫນາດ​ໃຫຍ່​ຈຳນວນ​ຫນຶ່ງ.”

ຂ່າວ/ບົດ​ອື່ນ