ຫວຽດ​ນາມສ້າງພື້ນ​ຖານກະສີກຳທີ່ສາມາດແກ່ງແຍ້ງ, ສະໜິດສະໜົມກັບສິ່ງແວດລ້ອມ

ຫວຽດ​ນາມສ້າງພື້ນ​ຖານກະສີກຳທີ່ສາມາດແກ່ງແຍ້ງ, ສະໜິດສະໜົມກັບສິ່ງແວດລ້ອມ - ảnh 1
ວາ​ລະ​ໄຂ ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ ອາ​ຊີ​ຕາ​ເວັນ​ອອກ
 ຄັ້ງ​ທີ 24
(ພາບ: Đức Tám/TTXVN)

(vovworld) – ບັນ​ດາ​ລັດ​ຖະ​ບານ​ຄວນ​ໃຫ້​ຄຳ​ໝັນ​ສັນ​ຍາ​ຢ່າງ​ແຮງ​ສຳ​ລັບ​ການ​ພັດ​ທະ​ນາ​ກະ​ສີ​ກຳ, ໃນ​ນັ້ນຖື ການ​ພັດ​ທະ​ນາ​ກະ​ສີ​ກຳ ແລະ ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ​ດ້ານ​ສະ​ບຽງ​ອາ​ຫານ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຊ​າດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ​ໄດ້​ຢືນ​ຢັນສິ່ງນີ້ທີ່​ວາ​ລະ​ປະ​ຊຸມ​ດ້ວຍ​ຫົວ​ຂໍ້ “ ວິ​ທີ​ການ​ຂອງ​ອາ​ຊີ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ໃໝ່​ເພື່ອ​ສ້າງວິ​ທີ​ສຳ​ພັດ​ລວມ​ຂອງ​ພາກ​ພື້ນ​ເພື່ອ ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ​ດ້ານ​ສະ​ບຽງ​ອາ​ຫານໃນ​ອະ​ນາ​ຄົດ” ຊຶ່ງ​ຈັດ​ຂຶ້​ນ​ຢູ່​ຈາ​ກາ​ຕາ​ເມື່ອ​ວັນ​ທີ 21/4 ໃນ​ຂອບ​ເຂດ WEF ອາ​ຊີ​ຕາ​ເວັນ​ອອກ 2015. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ ໃຫ້​ຮູ້​ວ່າ : ຫວຽດ​ນາມ​ພວມ​ພະ​ຍາ​ຍາມ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສີ​ກຳ​ຄືນ​ໃໝ່ ແນ​ໃສ່​ສ້າງ​ພື້ນ​ຖານ​ກະ​ສີ​ກຳ​ທີ່​ມີ​ຄ​ວາມ​ສາ​ມາດ​ແກ່ງ​ແຍ້ງ ແລະ ສະ​ໜິດ​ສະ​ໜົມ​ກັບ​ສິ່ງ​ແວດ​ລ້ອມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ ຢືນ​ຢັນ​ວ່າ ຫວຽດ​ນາມ​ສະ​ໜັບ​ສະ​ໜູນ ແລະ ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ​ລະ​ດັບ​ພາກ​ພື້ນ ແລະ ໂລກຫຼາຍ​ຂໍ້ກ່ຽວ​ກັບ​ກະ​ສີ​ກຳ, ໃນ​ນັ້ນ​ມີ​ຂໍ້​ລິ​ເລີ່ມ​ວິ​ໄສ​ທັດ​ໃນ​ຂົງ​ເຂດ​ກະ​ສີ​ກຳ​ໂດຍ WEF ລິ​ເລີ່ມ.

ກ່ອນ​ໜ້ານັ້ນ, ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ​ກອ​ງ​ປະ​ຊຸມ​ດ້ວຍ​ຫົວ​ຂໍ້ “ອາ​ຊີ​ຕາ​ເວັນ​ອອກ ໃນ​ສະ​ພາບ​ການ​ໃໝ່”, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ປະ​ຕິ​ບັດ​ສຳ​ເລັດ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫຼາດ, ພ້ອມ​ທັງ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ການກໍ່​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ, ຕັ້ງ​ໜ້າ​ເຈ​ລະ​ຈາ​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ (FTA) ໃຫຍ່ຫຼາຍ​ສະ​ບັບ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ຊີ້ແຈ້ງ​​ວ່າຄວາມ​ຂັດ​ແຍ້ງ​ກັນ​ບົນ​ທະ​ເລ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າດ​້ວຍ​ທະ​ເລ​ປີ 1982, ຢັ້ງ​ຢືນ ຫວຽດ​ນາມ ຍາມ​ໃດ​ກໍ່​ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ແລະ ຄູ່​ຮ່ວມ​ມື​ບົນ​ຈິດ​ໃຈ​ຮ່ວມ​ມື, ສັດ​ຊື່​ບໍ​ລິ​ສຸດ, ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ແນ​ໃສ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.

        ກ່ອນ​ໜ້ານັ້ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ລົງ​ທຶນ, ການ​ຄ້າ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ແກ້​ໄ​ຂ​ບັນ​ຫາ​ຊາວ​ປະ​ມົງ​ຢູ່​ທ​ະ​ເລ…

       


ຂ່າວ/ບົດ​ອື່ນ