ຫວຽດນາມ-ອາເມລິກາ ວາງມາດຖານສາກົນໃນ ບັນຫາ MIA/POW

ຫວຽດນາມ-ອາເມລິກາ ວາງມາດຖານສາກົນໃນ ບັນຫາ MIA/POW - ảnh 1
ທ່ານ​ພົນ​ໂທ​ຫວຽນ​ຈິ​ວິ້ງຕ້ອນຮັບທ່ານ​ນາງ
Ann Mills Griffiths

(ພາບ: VOV )

(vovworld)-​​​​ ​ ​ “ຫວຽດນາມ-​ອາ​ເມ​ລິ​ກາ​​ໄດ້​ວາງ​ມາດຖານ​ສາກົນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນຫາ​ສະ​ເລີຍ​ເສິກ ​ແລະ ຜູ້​ຫາຍ​ສາບ​ສູນ​ໃນປາງ​ສົງຄາມ (MIA/POW)“. ນັ້ນ​ແມ່ນຂໍ້​ໃຫ້​ສັງ​ເກ​ດຂ​ອງທ່ານ​ນາງ Ann Mills Griffiths ປະທານ​ສະມາຄົມ​ຄອບຄົວ​ສະ​ເລີຍ​ເສີກ ​ແລະ ຊາວ​ອາ​ເມ​ລິ​ກາ ຫາຍ​ສາບ​ສູນ​ໃນປາງ​ສົງຄາມ ທີ່​ການ​ພົບ​ປະ​ກັບ​ທ່ານ​ພົນ​ໂທ​ຫວຽນ​ຈິ​ວິ້ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ທີ່​ວໍ​ຊິງ​ຕັນ​ດີ​ຊີ ​ເມື່ອ​ວັນ​ທີ 28/10. ທີ່​ການ​ພົບ​ປະ, ທ່ານ​ພົນ​ໂທ​ຫວຽນ​ຈິ​ວິ້ງ ​ເນັ້ນໜັກ​ວ່າ:

ອາດ​ເວົ້າ​ໄດ້​ວ່າ: ລາຍການ​ຊອກ​ຫາ​ຊາວ​ອາ​ເມ​ລິ​ກາ ທີ່ຫາຍ​ສາບ​ສູນ​ໃນ​ປາງສົງຄາມຢູ່​ຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ດີທີ່​ສຸດ, ​ເຮັດ​ໃຫ້​ທັງ​ສອງຝ່າຍ​ລ້ວນ​ແຕ່​ມີຄວາມ​ພຶງ​ພໍ​ໃຈ. ພິ​ເສດ​ແມ່ນ ປຊຊ ອາ​ເມ​ລິ​ກາ. ນີ້​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ລັກສະນະ​ມະນຸດສະທຳ​ສູງ ​ແລະ ອາດ​ເວົ້າ​ໄດ້​ວ່າ, ມາ​ຮອດ​ປະຈຸ​ບັນ​ນີ້, ການ​ເຄື່ອນ​ໄຫວ​ນີ້​ໄດ້​ກາຍ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ-​ອາ​ເມ​ລິ​ກາ“.

   ສ່ວນ​ທ່ານ​ນາງ Ann Mills Griffiths ປະທານ​ສະມາຄົມ​ຄອບຄົວ​ສະ​ເລີຍ​ເສີກ ​ແລະ ຊາວ​ອາ​ເມ​ລິ​ກາ ຫາຍ​ສາບ​ສູນ​ໃນ​ສົງຄາມ ​ໃຫ້​ຮູ້​ວ່າ: ທາງ​ສະມາຄົມ​ໄດ້​ຮັບການ​ສະໜັບສະ​ໜູນ​ຈາກ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ, ພິ​ເສດ​ແມ່ນ​ລັດຖະບານ​ຫວຽດນາມ:

  “ບໍ່​ມີ​ໃຜ​ຄິດ​​ໄດ້ວ່າ ພວກ​ຂ້ພະ​ເຈົ້າສາມາດ​ຊອກ​ຫາ ​ແລະ ຮັບ​ຮູ້​ອັດຖິ​ຊາວ​ອາ​ເມ​ລິ​ກາ ຫາຍ​ສາບ​ສູນ​ໃນປາງ​ສົງຄາມຢູ່​ຫວຽດນາມ ​ໄດ້ກ່ວາ 1000 ຊຸດ​. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ເລິ່ມ​ແຕ່​ປີ  1975 ​ເມື່ອ​ສົງຄາມ​ສິ້ນ​ສຸດ​ລົງ. ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ວາງ​ອອກ​ມາດຖານ​ສາກົນ​ໃນ​ບັນຫາ​ນີ້“.

ຂ່າວ/ບົດ​ອື່ນ